ພິທີມອບລາງວັນ ປີກວາວ 2024: ເຊີດຊູຜົນງານ, ນັກສິລະປິນ ແລະ ຜູ້ຜະລິດຮູບເງົາດີເດັ່ນທີ່ສຸດໃນປີ

(VOVWORLD) - ຄະນະຈັດຕັ້ງໄດ້ຈັດການມອບລາງວັນ ປີກວາວຄຳ ໃຫ້ຟິມຮູບເງົາ, ຮູບເງົາວິທະຍາສາດ; ຮູບເງົາເອກະສານ; ຮູບເງົາຜະລິດທຳອິດດີເດັ່ນ
ພິທີມອບລາງວັນ ປີກວາວ 2024: ເຊີດຊູຜົນງານ, ນັກສິລະປິນ ແລະ ຜູ້ຜະລິດຮູບເງົາດີເດັ່ນທີ່ສຸດໃນປີ - ảnh 1ທີ່ພິທີມອບລາງວັນ
(ພາບ: TTXVN)

        ຕອນຄ່ຳວັນທີ 10 ກັນຍາ, ຢູ່ແຂວງ ແຄງຮ່ວາ, ໄດ້ຈັດພິທີມອບລາງວັນ ປີກວາວ 2024. ປີນີ້, ມີ 163 ຜົນງານສົ່ງມາເຂົ້າຮ່ວມ. ຄະນະຈັດຕັ້ງໄດ້ຈັດການມອບລາງວັນ ປີກວາວຄຳ ໃຫ້ຟິມຮູບເງົາ, ຮູບເງົາວິທະຍາສາດ; ຮູບເງົາເອກະສານ; ຮູບເງົາຜະລິດທຳອິດດີເດັ່ນ, ໃຫ້ແກ່ບັນດາຮູບເງົາດີເດັ່ນເຂົ້າຮ່ວມ. ຜູ້ກຳກັບການສະແດງ ຫວູແທັງວິງ, ແບ່ງປັນວ່າ:

        “ລາງວັນແມ່ນການຮັບຮູ້, ເຮັດໃຫ້ອ້າຍນ້ອງມີກຳລັງໜູນຫຼາຍກວ່າ, ສືບຕໍ່ປະດິດຄິດສ້າງຮູບເງົາເລື່ອງຕໍ່ໄປ. ຂ້າພະເຈົ້າຈະມານະພະຍາຍາມເສີມຂະຫຍາຍບັນດາຄຸນຄ່າມີພຽງຢູ່ ຫວຽດນາມ ເທົ່ານັ້ນ, ນັ້ນແມ່ນ ວັດທະນະນຳ, ຈິດສຳນຶກຂອງຊາວ ຫວຽດນາມ, ບັນດາຄວາມງາມ, ຄວາມເປັນເອກະລັກສະເພາະນັ້ນຕ້ອງໄດ້ເສີມຂະຫຍາຍຢ່າງສຸດຂີດ”.

        ລາງວັນ ປີກວາວ 2024 ຈັດຂຶ້ນແຕ່ວັນທີ 03 – 10 ກັນຍາ, ດ້ວຍການເຄື່ອນໄຫວເປັນເອກະລັກສະເພາະຫຼາຍຢ່າງ. ເນື່ອງໃນໂອກາດນີ້, ແຂວງ ແຄງຮ່ວາ ໄດ້ສະໜັບສະໜູນຈຳນວນເງິນ 10 ຕື້ດົ່ງ ໃຫ້ແກ່ບັນດາທ້ອງຖິ່ນຖືກຜົນສະທ້ອນຈາກພາຍຸ Yagi.

ຕອບກັບ

ຂ່າວ/ບົດ​ອື່ນ