ພິທີມອບລາງວັນການນຳຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານອາຊຽນດີເດັ່ນປີ 2012

ພິທີມອບລາງວັນການນຳຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານອາຊຽນດີເດັ່ນປີ 2012 - ảnh 1
ທີ່ພິທີ​ມອບ​ລາງວັນ
(ພາບ: news.go.vn)


(vovworld) -     ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ການຳຮັກສາຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ​ອາຊຽນຄັ້ງ​ທີ 4, ຕອນ​ຄໍ່າວັນ​ທີ 4/12, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ດຳ​ເນີນ​ພິທີ​ມອບ​ລາງວັນ​ການ​ນຳ​ຮັກສາຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ​ອາຊຽນທີ່ດີ​ເດັ່ນ​ປີ 2012. ນີ້​ແມ່ນ​ຄັ້ງ​ທີ 4 ທີ່ລາງວັນ​ນີຖືກຈັດ​, ​ເພື່ອ​ເຊີດ​ຊູ​ບັນດາ​ການ​ນຳ​ຄຸ້ມ​ຄອງຄວາມ​ປອດ​ໄພ, ຮັກສາ​ຄວາມ​ລັບ​ຂໍ້​ມູນຂ່າວສານ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ປີ 2012 ນີ້, ລາງ​ວັນ​ດັ່ງກ່າວໄດ້​ຮັບ​ການ​ເປີດ​ກວ້າງ​ກວ່າ​ນັບ​ທັງ​ຂອບ​ຂະໜາດ ​ແລະ ​ເນື້ອ​ໃນ. ຄຽງ​ຂ້າງ​ການ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມຊ້ອນດ້ານ​ວິຊາ​ສະ​ເພາະ​ຂອງ​ການ​ນຳຮັກສາ​ຄວາມ​ປອດ​ໄພ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ວິ​ສາ​ຫະກິດ, ລ້າງ​ວັນ​ນີ້​ຍັງ​ເນັ້ນ​ໜັກ​ເຖິງ​ບົດບາດນຳພາ, ວິ​ໄສ​ທັດ​ຍຸດ​ທະ​ສາດ, ລັກ​ສະ​ນະ​ທີ່​ມີ​ຫົວຄິດ​ປະດິດ​ສ້າງຂອງ​ບັນດາ​ນັກ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ, ຮັກສາ​ຄວາມ​ລັບ​ດ້ານ​ຂໍ​້ມູນຂ່າວສານນຳ​ມາ​​ເຊິ່ງປະ​ສິດທິ​ຜົນສູງ​ສຸດ​ໃນ​ການ​ເຄື່ອນ​ໄຫວ​​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ສັງຄົມ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້​ແກ່​ການ​ນຳ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ນີ້ 10 ທ່ານ, ​ໃນ​ນັ້ນ​ມີ​ທ່ານ ຫງວຽນ​ຟຸ໋ກ​ເຢືອງ, ຜູ້ອຳ​ນວຍ​ການ​ສູນ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ທະນາຄານ HD Bank ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ