ພິທີສະຫຼຸບ ແລະ ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ປີ 2013

ພິທີສະຫຼຸບ ແລະ ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ປີ 2013 - ảnh 1
(ການ​ປະຊຸມ​ຂ່າວກ່​ຽວກັບການມອບ​ລາງວັນ​ການ​ເສັງ​)

(vovworld) – ພິທີ​ສະ​ຫຼຸບ ​ແລະ ມອບ​ລາງວັນ​ການ​ເສັງ​ຂຽນ “ບັນດາ​ແບບຢ່າງ​ລຽບ​ງ່າຍ​ແຕ່​ສູງ​ສົ່ງ” ປີ 2013 ຄັ້ງ​ທີ 5 ປີ 2013 ຈະ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 07/06, ຢູ່​ຮ່າ​ໂນ້ຍ. ການ​ເສັງ​ໂດຍ​ໜັງສື່ພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ (ສຽງຂອງ​​ກອງ​ທັບ​ປະຊາຊົນ), ​ໂທລະພາບ​ຫວຽດນາມ, ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັນ​ຈັດ​ຕັ້ງ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 04/06, ຢູ່​ຮ່າ​ໂນ​້ຍ, ຄະນະ​ຈັດ​ຕັ້ງ​​​ໃຫ້ຮູ້ວ່າ ໄດ້​ຄັດ​ເລືອກ​ 15 ບົດ​​ໃນ​ຈຳນວນນັບ​ຮ້ອຍ​ບົດທີ່​ເຂົ້າ​ຮ່ວມ​ການ​ເສັງ​ເພື່ອ​ມອບ​ລາງວັນ. ພົ້ນ​ເດັ່ນ​ແມ່ນ​ບົດ​ປະພັນ​ຍາ​ດ​ໄດ້​ລາງວັນ​ທີ 1 ດ້ວຍ​ຫົວ​ຂໍ້ “ຜູ້​ສະ​ສົມ​ນັບພັນເອກະສານ​ທີ່​ລຳ້​ຄ່າກ່ຽວ​ກັບ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ” ຂອງ​ນັກ​ປະພັນ ຟານ​ຕ໋ຽນຢຸງ,  ​ເຊິ່ງຂຽນ​ກ່ຽວກັບ​ອ້າຍ ​ເຈີ່ນ​ທັ໋ງ, ​​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ, ປະຈຸ​ບັນ​ແມ່ນ​ປະທານ​ສະ​ຖາ​ບັນ​ວັດທະນະທຳ ​ແລະ ສຶກສາ​ຫວຽດນາມ ປະຈຳ​ນິວຢອກ. ​ເຖິງ​ວ່າ​ພວມ​ເຮັດ​ວຽກ ​ແລະ ອາ​ໄສ​ຢູ່​ນິວຢອກ ກໍ່ຕາມ, ​ແຕ່​ຍາມ​ໃດ​ອ້າຍ​ກໍ່​ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ​ໄດ້​ສະ​ສົມ​ແຜນ​ທີ່​ກວ່າ 150 ​ແຜ່ນ ​ແລະ ປື້​ມ atlas 3 ຫົວມອບ​ໃຫ້​ສະ​ຖາ​ບັນ​ຄົ້ນຄວ້າ​ພັດ​ທະນາ​ເສດຖະກິດ - ສັງຄົມ​ດ່າ​ນັ້ງ, ປະກອບສ່ວນ​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ພັນ​ເອກ ຟ້າ​ມວັນ​ຮ໋ວນ, ຮອງ​ບັນນາທິການ​ໃຫຍ່​ໜັງ​ສື່​ພິມກວນ​ໂດ້ຍ​ເຍີນ​ເຢີ​ນ  ​ໃຫ້​ຮູ້​ວ່າ.

        “ການ​ເສງຂຽນບັນດາ​ແບບຢ່າງ​ລຽບ​ງ່າຍ​ແຕ່​ສູງ​ສົ່ງຄັ້ງ​ທີ 5 ​ໄດ້​ແນະນຳ​ບັນດາ​ແບບຢ່າງ​​​​ວຽກດີ​, ຄົນເດັ່ນ​ໃນ​ທຸກ​ຂົງ​ເຂດ. ພົ້ນ​ເດັ່ນ​ແມ່ນ​ບັນດາ​ແບບຢ່າງ​ພວມ ​ແລະ ​ເຄີຍ​ເປັນ​ທະຫານ. ພວກ​ຂ້າພະ​ເຈົ້າ​ພວມ​ຜັນ​ຂະຫຍາຍ​ການ​ເສັງ​ຂຽນບັນດາ​ແບບຢ່າງ​ລຽບ​ງ່າຍ​ແຕ່​ສູງ​ສົ່ງ​ຄັ້ງ​ທີ 6 ປີ 2014. ການ​ເສັງ​ປີ​ນີ້ ສືບ​ຕໍ່​ຍ້ອງຍໍ​ບັນດາ​ແບບຢ່າງວຽກດີ​, ຄົນເດັ່ນ ​ໃນ​ທຸກ​ຂົງ​ເຂດ​ຂອງ​ປ​ະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ