ພິ​ທີ​ສະຫຼຸບ ແລະ ມອບ​ລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ XV ປີ 2020

(VOVWORLD) -ຕອນຄ່ຳວັນທີ 24 ຕຸລາ, ພິທີສະຫຼຸບ ແລະ ມອບລາງວັນສື່ມວນຊົນ ແຫ່ງຊາດຄັ້ງທີ XV, ປີ 2020 - ເຊິ່ງແມ່ນລາງວັນອັນສູງສົ່ງທີ່ສຸດ ສຳລັບບັນດາຜູ້ຂຽນ ທີ່ມີຜົນງານສື່ມວນຊົນທີ່ດີເດັ່ນ ເຊິ່ງ ໄດ້ດຳເນີນຢູ່ຮ່າໂນ້ຍ.

ພິ​ທີ​ສະຫຼຸບ ແລະ ມອບ​ລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ XV ປີ 2020 - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ 

ລາງວັນສື່ມວນຊົນແຫ່ງຊາດ ປີ 2020 ເຊີດຊູບັນດາຜູ້ຂຽນ, ກຸ່ມຜູ້ຂຽນ ຂອງ 112 ຜົນງານສື່ມວນຊົນດີເດັ່ນໃນ 11 ປະເພດລາງວັນ. ໃນນັ້ນມີ  ລາງວັນພິເສດ 1 ລາງວັນ, ລາງວັນ A  9 ລາງວັນ, ລາງວັນ B  25 ລາງວັນ, ລາງວັນທີ C 45 ລາງວັນ, ລາງວັນຊົມເຊີຍ 32 ລາງວັນ. .

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ: ກ່ວາ 96 ປີຜ່ານມາ, ພື້ນຖານສື່ມວນຊົນ ຫວຽດນາມ ມີການພັດທະນາຢ່າງກະໂດດຂັ້ນ. ທ່ານປະທານປະເທດ ກໍ່ເນັ້ນໜັກວ່າ ສື່ມວນຊົນ ກໍ່ແມ່ນອາວຸດທີ່ແຫຼມຄົມ ໃນການຕໍ່ສູ້ກັບໄພສໍ້ຫຼາດບັງຫຼວງ, ການຟຸ່ມເຟືອຍ, ໄພຫຍໍ້ທໍ້, ການເສື່ອນທາດຂາດຄຸນດ້ານຄຸນສົມບັດ, ການດຳລົງຊີວິດ, ສະໜອງຂໍ້ມູນຂ່າວ ແລະ ວຽກງານຊີ້ນຳ, ບໍລິຫານປະເທດຊາດຢ່າງທັນການ, ປະກອບສ່ວນເຂົ້າໃນການຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

ກຳລັງສື່ມວນຊົນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ສຳຜັດໄວ, ສະໜອງຂໍ້ມູນຢ່າງເປັນທາງການໂດຍໄວ, ຊັດເຈັນ ໃຫ້ແກ່ປະຊາຊົນທຸກຊັ້ນຄົນ, ເປັນເຈົ້າການໃນການຕໍ່ສູ້ກັບບັນດາຂໍ້ມູນບິດເບືອນ, ຝິດເຂວ, ຕ້ານທຳລາຍ ພັກ, ລັດ ແລະ ພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນ. ພັກ, ລັດ ຍາມໃດກໍ່ປາດຖະໜາ ແລະ ຮຽກຮ້ອງ ຖັນແຖວບັນດາຜູ້ເຮັດວຽກງານການຂ່າວ ມີຄວາມໝັ້ນແກ່ນດ້ານຄຸນນະທາດການເມືອງ, ມີວິຊາສະເພາະທີ່ຊຳນິຊຳນານ ແລະ ຈັນຍາບັນດ້ານວິຊາຊີບທີ່ປອດໄສ, ມີວັດທະນາທຳມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ