ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງກິລາກາຍຍະກຳຫວຽດນາມ (baothethao) |
(vovworld)- ຕອນເຊົ້າວັນທີ 27/3, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງກິລາກາຍຍະກຳຫວຽດນາມ ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນ 1 . ກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນດຶກດາມໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນທີ່ພົ້ນເດັ່ນຂອງ ຂະແໜງກິລາກາຍຍະກຳຫວຽດນາມໃນໄລຍະທີ່ຜ່ານມາ, ທ່ານໄດ້ສະເໜີທົ່ວຂະແໜງເລັ່ງໃສ່ພັດທະນາຂົງເຂດກິລາກາຍຍະກຳຢ່າງຮອບດ້າຍນັບທັງຂອບຂະໜາດ ແລະ ຄຸນນະພາບໃນໄລຍະທີ່ຈະມາເຖິງ.
ແລະ ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ ກຳມະການກົມການເມືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ຕ່າງໜ້າພັກ, ລັດຫວຽດນາມມອບຫຼຽນໄຊເອກະລາດຊັ້ນ 1 ໃຫ້ແກ່ກົມໃຫຍ່ກິລາກາຍຍະກຳຫວຽດນາມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ.