ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອການສ້າງກຳລັງຕຳຫຼວດປະຊາຊົນ

(VOVWORLD) -ຄຳສັ່ງສອນ 6 ຂໍ້ຂອງປະທານ ໂຮ່ຈີມິນ ທີ່ສອນໃຫ້ຕຳຫຼວດປະຊາຊົນ ແມ່ນຮ່ຳຮຽນກ່ຽວກັບຄຸນສົມບັດການປະຕິວັດ ແລະ ຄຸນລັກສະນະຂອງນັກຮົບກອມມູນິດ.
ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອການສ້າງກຳລັງຕຳຫຼວດປະຊາຊົນ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ພິທີ)

        ຕອນເຊົ້າວັນທີ 06 ມີນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຕຳຫຼວດປະຊາຊົນ ຮ່ຳຮຽນ, ປະຕິບັດຄຳສັ່ງສອນ 6 ຂໍ້ຂອງປະທານ ໂຮ່ຈີມິນ, 75 ປີແຫ່ງວັນມູນເຊື້ອການສ້າງກຳລັງຕຳຫຼວດປະຊາຊົນ (11 ມີນາ 1948 – 11 ມີນາ 2023) ແລະ ຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 1.

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຄຳສັ່ງສອນ 6 ຂໍ້ຂອງປະທານ ໂຮ່ຈີມິນ ທີ່ສອນໃຫ້ຕຳຫຼວດປະຊາຊົນ ແມ່ນຮ່ຳຮຽນກ່ຽວກັບຄຸນສົມບັດການປະຕິວັດ ແລະ ຄຸນລັກສະນະຂອງນັກຮົບກອມມູນິດ. ຊຸກຍູ້ເລື່ອງຮ່ຳຮຽນ ແລະ ປະຕິບັດຄຳສັ່ງສອນ 6 ຂໍ້ຂອງປະທານ ໂຮ່ຈີມິນ ທີ່ໄດ້ສອນນັ້ນຕ້ອງປະຕິບັດເປັນປະຈຳ, ໃນແຕ່ລະມື້.

        “ພະນັກງານ, ນັກຮົບຕຳຫຼວດປະຊາຊົນແຕ່ລະຄົນຕ້ອງ “ເພິງຕົນເອງ, ປັບປຸງຕົນເອງ”, ຝຶກຝົນຫຼໍ່ຫຼອມ; ຍາມໃດກໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ຕ້ອງມານະພະຍາຍາມເປັນຢ່າງສູງສຸດດ້ວຍຕົນເອງ ເພື່ອປະຕິບັດຄຳສັ່ງສອນ 6 ຂໍ້ຂອງປະທານ ໂຮ່ຈີມິນ. ພະນັກງານ, ນັກຮົບຕຳຫຼວດປະຊາຊົນແຕ່ລະຄົນ ຍາມໃດກໍ່ຕ້ອງມີຄະຕິກ່ຽວກັບໜ້າທີ່ຮັບຜິດຊອບ, ພາລະໜ້າທີ່ ແລະ ພັນທະ. ຢືດໝັ້ນ,ເດັດດຽວຕໍ່ສູ້, ສະກັດກັ້ນ, ຍູ້ການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນໃຫ້ຖອຍໄປ. ຢືດໝັ້ນ, ເດັດດຽວຕໍ່ສູ້ໃນການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ ດ້ວຍຈິດໃຈບໍ່ມີເຂດຫ້າມ, ບໍ່ມີຍົກເວັ້ນ.”

        ທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ມອບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 1 ໃຫ້ແກ່ກຳລັງຕຳຫຼວດປະຊາຊົນທັງໝົດ ຍ້ອນບັນດາຜົນງານວິລະກຳດີເດັ່ນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ