ພິທີສະເຫຼີມສະຫຼອງ30ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມແລະເຢຍລະມັນ
ທ່ານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ພິທີ (ພາບ: KL)
(vovworld) – ວັນທີ 21/9, ທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ເຢຍລະມັນ ເຊິ່ງຈັດຕັ້ງຢູ່ຮ່າໂນ້ຍ, ໂດຍສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ຈັດຕັ້ງ, ທ່ານ Hanns – Joerg Brunner, ຜູ້ຕາງໜ້າຊົ່ວຄາວສະຖານທູດ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ປີ 2015 ແມ່ນປີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ. 2 ຝ່າຍໄດ້ມີການເຄື່ອນໄຫວຫລາຍຢ່າງຄື: ຈັດຕັ້ງແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ເພີ່ມທະວີການແລກປ່ຽນດ້ານການຄ້າ…ປະກອບສ່ວນພັດທະນາສາຍພົວພັນລະຫວ່າງ 2 ຝ່າຍ. ສ່ວນທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຊື່ອໝັ້ນວ່າ: ດ້ວຍມູນເຊື້ອ 30 ປີແຫ່ງວັນສ້າງຕັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ສືບຕໍ່ມີການປະກອບສ່ວນຢ່າງເໝາະສົມ ປະກອບສ່ວນຢ່າງຕັ້ງໜ້າກວ່າອີກເຂົ້າການຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືຫລາຍດ້ານລະຫວ່າງປະຊາຊົນ 2 ປະເທດ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ໃນໄລຍະຈະມາເຖິງ.