ພິທີສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ

ພິທີສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ - ảnh 1
ງານ​ມະ​​ໂຫລານ​ມິດຕະພາບ​ປະ​ຊາ​ຊົນ​ຫວຽດນາມ - ຍີ່​ປຸ່ນ
ພາບ: internet


(vovworld)-  ພິທີ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາ​ງການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ​ແລະ ​ໄຂ​ງານ​ມະ​​ໂຫລານ​ມິດຕະພາບ​ປະ​ຊາ​ຊົນ​ຫວຽດນາມ - ຍີ່​ປຸ່ນ ຖືກ​​ໄຂ​ຂຶ້ນຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 20/9 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ທ່ານ ​ໂຕ​ຮູ​ຍ​ເຣືອ ກຳ​ມຳການ​ກົມ​ການ​ເມືອງ, ທ່ານ Murayama Tomochi ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ, ​ເອກ​ອັກຄະ​ລັດຖະທູດ​ຍີ່​ປຸ່ນ ປະຈຳ​ຫວຽດນາມ Tanizaki Yasuaki, ປະທານ​ສະມາຄົມ​ມິດ​ຕະພາບ ຍີ່​ປຸ່ນ - ຫວຽດນາມ ພ້ອມ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາ​ຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ຍີ່​ປຸ່ນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ຫນັກ​ວ່າ: ພິທີ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ ​ແລະ ​ໄຂ​ງານ​ມະ​ໂຫລານ​ມິດຕະພາບປະຊາຊົນ ຫວຽດນາມ - ຍີ່​ປຸ່ນ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ. ທ່ານ​ຮອງ​ນາຍົກລັດຖະມົນຕີຢືນຢັນ​ວ່າ: ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ປະ​ເທດ​ໃນ​ຕະຫລອດ 40 ປີຜ່ານມາ ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ພັດທະນາ​ຢ່າງ​ແຂງ​ແຮງ​ຮອບດ້ານ. ສ່ວນ​ທ່ານ​ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Murayama Tomichi, ປະທານ​ສະພາ​ສັນຕິພາບ ຍີ່​ປຸ່ນ - ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ຫວຽດນາມ ​ແມ່ນ​ປະ​ເທດ​ຫນຸ່ມ​ແຫນ້ນ, ມີ​ການ​ພັດທະນາ​ຢ່າງ​ວອ່ງ​ໄວ. ປະຈຸ​ບັນ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດພວມ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ເພ່ອ​ໃຫ້​ຫວຽດນາມ​ພັດທະນາ. ສອງ​ປະ​ເທດ​ພວກ​ເຮົາ​ມີ​ຫລາຍ​ຈຸດ​ຄ້າຍຄື​ກັນ ​ແລະ ພວກ​ເຮົາ​ພະຍາຍາມ​ຮັກສາ, ພັດທະນາ​ສາຍ​ພົວພັນ​ນີ້ ພິ​ເສດ​ແມ່ນ​ລຸ້ນ​ຫນຸ່ມ​ສອງ​ປະ​ເທດ. ສິ່ງ​ດັ່ງກ່າວ​ແມ່ນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ສອງ​ປະ​ເທດ​ພວກ​ເຮົາ.”

ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ- ຍີ່​ປຸ່ນ, ຕອນ​ບ່າຍ​ວັນ​ທີ 20/9, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ການ​ພົບ​ປະສົນທະນາ“​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ຍີ່​ປຸ່ນ”. ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນທະນາ​ດັ່ງກ່າວ ມີ​ຜູ້​ແທນ​ກວ່າ 100 ທ່ານ​ຕາງຫນ້າ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ມິດ​ຕະພາບ​ປະຊາຊົນ​ສອງ​ປະ​ເທດ.  ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ພ້ອມ​ກັນ​ຫວນ​ຄືນ​ໄລຍະ​ທາງ​ແຫ່ງ​ການ​ຮ່ວມ​ມື​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ຍີ່​ປຸ່ນ ​ໃນ​ຕະຫລອດ 40 ປີ​ທີ່​ຜ່ານ​ມາ ພ້ອມ​ກັນ​ນັ້ນ ​ແລກປ່ຽນ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື​ໃຫມ່​ໃນ​ໄລຍະ​ຈະ​ມາ​ເຖິງ. 

        ​ໃນ​ບົດ​ປະກອບ​ຄຳ​ເຫັນ​ເກືອບ 10 ບົດ ລ້ວນ​ແຕ່​ຢືນຢັນ​ຜົນງານ​ແຫ່ງ​ການ​ຮ່ວມ​ມື​ໃນ 40 ປີຜ່ານມາ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ​ແມ່ນ​ໝາກຜົນ​ຂອງ​ບັນດາ​ຄວາມ​ມານະ​ພະຍາຍາມ​ທີ່​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍຂອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ.  ​ເພື່ອ​ໃຫ້​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ເລິກ​ເຊິ່ງລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ບົດບາດ​ຂອງ​ອົງການ​ຈັດ​ຕັ້ງ​ມິດຕະພາບ ຫວຽດນາມ - ຍີ່​ປຸ່ນ ຢູ່​ແຕ່ລະ​ປະ​ເທດ​ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ.

 

ຂ່າວ/ບົດ​ອື່ນ