ພິທີສະເໜີຕົວກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ

ພິທີສະເໜີຕົວກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ - ảnh 1
ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດຫວຽດ​ນາມ
ສະ​ເໜີ​ຄະ​ນະ​ປະ​ຈຳກຸ່ມ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດໜຸ່ມ
(ພາບ: ສະພາແຫ່ງຊາດ)

(vovworld)- ​ ຕອນ​ບ່າຍ ​ວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ສະ​ເໜີ​ຕົວ​ ກຸ່ມ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດໜຸ່ມ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ​. ກ່າວ​ຄວາມ​ເຫັນ ​ທີ່​ພິ​ທີ​ສະ​ເໜີ​ຕົວ, ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສ​ະ​ພາ​ແຫ່ງ​ຊາດຫວຽດ​ນາມ ​ໄດ້ສະ​ເໜີ​ຄະ​ນະ​ປະ​ຈຳກຸ່ມ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດໜຸ່ມ ເປັນ​ເຈົ້າ​ການ​ສ້າງ​ແຜນ​ການ​ເຄື່ອນ​ໄຫວ​ທົ່ວ​ຊຸດ ແລະ ປະ​ຈຳ​ປີ. ຈັດ​ຕັ້ງ​ ກອ​ງ​ປະ​ຊຸມ​ສຳ​ມະ​ນາ, ກອງ​ປະ​ຊຸມ​ຕ່າງໆ ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ກຸ່ມ​ໄດ້​ແລ​ກ​ປ່ຽນ, ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ ​ລາຍ​ການ​ດຳ​ເນີນ​ງານຂອງ​ສະ​ພາ​ແຫ່ງ​ຊາດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ທີ່ກ່ຽວຂ້ອງ​ເຖິງ​ໄວ​ໜຸ່ມ, ບັນ​ດາ​ບັນ​ຫາ​ທີ່​ເປັນ​ຄວາມ​ສົນ​ໃຈ​ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ພ້ອມ​ທັງ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ປາ​ໄສສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ ໃນ​ບັນ​ດາ​ກົນ​ໄກ​ ​ລັດ​ຖະ​ສະ​ພາ​ ລະ​ຫວ່າງຊາດ​ ເຊິ່ງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ເປັນ​ສະ​ມາ​ຊິກ ແລະ ຊຸກ​ຍູ້​ການ​ພົວ​ພັນ​ ກັບ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​​ປະ​ເທດຕ່າງໆ, ເພີ່ມ​ທະ​ວ​ີ​ຄວາມເຂົ້າ​ໃຈເຊິ່ງ​ກັນ ແລະ ກັນ.

        ຈຸດ​ພົ້ນ​ເດັ່ນ​ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14 ແມ່ນ​ຈຳ​ນວນ​ສະ​ມາ​ຊິກ​ໜຸ່ມ​​ທີ່​ມີ​ອາ​ຍຸ​ຕ່ຳ    ​ກ່​ວາ 45 ປີ ບັນ​ລຸ​ອັດ​ຕາ​ສ່ວນ​ສູງ​ເຖິງ 26,5% ໃນ​ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ