ພິທີສະເໝີຕົວກຸ່ມສະມາຊິກລັດຖະສະພາສະໜັບສະໜູນ APEC ຢູ່ສະພາຕ່ຳ ອາເມລິກາ

(VOVWORLD) - ວັນທີ 03 ຕຸລາ, ທີ່ສຳນັກງານສະພາແຫ່ງຊາດ ອາເມລິກາ, ໄດ້ດຳເນີນພິທີປະກາດການສ້າງຕັ້ງກຸ່ມສະມາຊິກລັດຖະສະພາສະໜັບສະໜູນ APEC ຢູ່ສະພາຕ່ຳ. 
ພິທີສະເໝີຕົວກຸ່ມສະມາຊິກລັດຖະສະພາສະໜັບສະໜູນ APEC ຢູ່ສະພາຕ່ຳ ອາເມລິກາ - ảnh 1ພິທີສະເໝີຕົວກຸ່ມສະມາຊິກລັດຖະສະພາສະໜັບສະໜູນ APEC ຢູ່ສະພາຕ່ຳ ອາເມລິກາ 

ເຫດການດັ່ງກ່າວ ໂດຍສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ດ້ວຍຖານະບົດບາດເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ສົມທົບກັບສູນແຫ່ງຊາດ ອາເມລິກາ ກ່ຽວກັບ APEC (NCAPEC), ບັນດາຫ້ອງການສະພາແຫ່ງຊາດ ອາເມລິກາ ຈັດຕັ້ງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ ເນັ້ນໜັກວ່າ: ເຫດການນີ້ ໄດ້ສົ່ງສານຢືນຢັນການສະໜັບສະໜູນຂອງສະພາແຫ່ງຊາດ ແລະ ພັກສາທາລະນະ ແລະ ພັກປະຊາທິປະໄຕ ອາເມລິກາ ສຳລັບ APEC ເວົ້າສະເພາະ ແລະ ການພົວພັນ ອາເມລິກາ - ອາຊີ ເວົ້າລວມ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ກໍ່ຊີ້ແຈ້ງວ່າ ດ້ວຍບົດບາດເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ ແລະ ພວມສົມທົບກັນຢ່າງແໜ້ນແຟ້ນກັບບັນດາພື້ນຖານເສດຖະກິດສະມາຊິກ, ຊຸກຍູ້ການພັດທະນາສຳເລັດຜົນຂອງ APEC ແລະ ຫວຽດນາມ ຈະສືບຕໍ່ມານະພະຍາຍາມ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມຂັ້ນສູງ APEC ໃນເດືອນ ພະຈິກ ຈະມາເຖິງ.

        ກຸ່ມສະມາຊິກລັດຖະສະພາສະໜັບສະໜູນ APEC ຢູ່ສະພາຕ່ຳ ແມ່ນຂໍ້ລິເລີ່ມດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກສະພາຕ່ຳທີ່ມາຈາກ 2 ພັກສາທາລະນະ ແລະ ປະຊາທິປະໄຕ, ຮ່ວມມືກັບບັນດາເຈົ້າໜ້າທີ່ APEC ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ແນໃສ່ຊຸກຍູ້ການຮ່ວມມືໃນ APEC ແລະ ລະຫວ່າງ ອາເມລິກາ ກັບພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ