ພິ​ທີ​ຮັບ​ເງິນ​ໜູນ​ຊ່ວຍ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປ້ອງ​ກັນ ແລະ ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ທ່ານນາງ ເຈືອງທິຫງອກແອງ ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາງໜ້າໃຫ້ຄະນະກູ້ຊ່ວຍສູນກາງ ໄດ້ມອບເງິນຈຳນວນ 4 ຕື້ 52 ລ້ານດົ່ງ ໃຫ້ແກ່ກະຊວງການຕ່າງປະເທດ ເພື່ອໜູນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດ.
ພິ​ທີ​ຮັບ​ເງິນ​ໜູນ​ຊ່ວຍ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປ້ອງ​ກັນ ແລະ ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1(ພາບ: ລານເຟືອງ)

 




    ຕອນບ່າຍວັນທີ 24 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເຈືອງທິຫງອກແອງ ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາງໜ້າໃຫ້ຄະນະກູ້ຊ່ວຍສູນກາງ ໄດ້ມອບເງິນຈຳນວນ 4 ຕື້ 52 ລ້ານດົ່ງ ໃຫ້ແກ່ກະຊວງການຕ່າງປະເທດ ເພື່ອໜູນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຢູ່ສະຖານທີ່ປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງ ເພື່ອປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ 19.

   ທ່ານດັ້ງມິນຄອຍ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ບ້ວງເງິນດັ່ງກ່າວແມ່ນມີຄວາມໝາຍສຳຄັນ, ພິເສດແມ່ນໃນສະພາບການປະຈຸບັນ ໂລກລະບາດພວມມີການຜັນແຜ່ທີ່ເຄັ່ງຕຶງຢູ່ບາງປະເທດ. ການໜູນຊ່ວນນີ້ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ປຊຊ ທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະແດງໃຫ້ເຫັນນ້ຳໃຈຊ່ວຍເຫຼືອຊື່ງກັນ ແລະ ກັນຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ