ພິ​ທີເປີດ​ສະຫຼອງ​ເຂດ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່ ບ​ຣູ​ໄນ

(VOVWORLD) - ວັນທີ 11 ສິງຫາ, ຢູ່ສະໜາມບິນແຫ່ງຊາດ ບຣູໄນ, ສະຖານທູດ ຫວຽດນາມ ປະຈໍາ ບຣູໄນ ໄດ້ຈັດພິທີເປີດສະຫຼອງເຂດໂຄສະນາແນະນຳການທ່ອງທ່ຽວ ຫວຽດນາມ. 
ພິ​ທີເປີດ​ສະຫຼອງ​ເຂດ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່ ບ​ຣູ​ໄນ - ảnh 1ພິທີເປີດສະຫຼອງເຂດໂຄສະນາແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ບຣູໄນ (ພາບ: TTXVN)

ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງສະຖານທູດ ເພື່ອແນໃສ່ເພີ່ມທະວີການໂຄສະນາພາບພົດກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ ເຖິງປະຊາຊົນ ບຣູໄນ ແລະ ເພື່ອນມິດສາກົນ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເຈິ່ນແອັງຫວູ ໃຫ້ຮູ້ວ່າ ການທ່ອງທ່ຽວ ແລະ ການພົວພັນປະຊາຊົນ ແມ່ນໜຶ່ງໃນບັນດາເນື້ອໃນບຸລິມະສິດໃນໂຄງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ  - ບຣູໄນ ໄລຍະ 2023 – 2027. ເຂດໂຄສະນາການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຂີດໝາຍຄັ້ງທຳອິດທີ່ ຄະນະທູຕານຸທູດ ໄດ້ຮັບອະນຸຍາດນຳໃຊ້ສະຖານທີ່ສາທາລະນະນີ້. ຕາມທ່ານເອກອັກຄະລັດຖະທູດ ເຈິ່ນແອັງຫວູ ແລ້ວ, ດ້ວຍຈຳນວນຊາວ ຫວຽດນາມ ພຽງແຕ່ກວ່າ 300 ຄົນ ພວມດຳລົງຊີວິດຢູ່ ບຣູໄນ, ແຕ່ປະຊາຄົມກໍ່ໄດ້ມີການປະກອບສ່ວນສຳຄັນເຂົ້າໃນພື້ນຖານເສດຖະກິດຂອງ ບຣູໄນ, ປະກອບສ່ວນເປັນຂົວຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ - ບຣູໄນ.

ນັກຂ່າວ VOV ປະຈຳ ໄທ


ຕອບກັບ

ຂ່າວ/ບົດ​ອື່ນ