vov5.vn-ຕອນຄ່ຳວັນທີ 5/2 ກົງກັບວັນທີ 14 ເດືອນຈຽງປີມະໂຣງ ໄລ່ຕາມຈັນທະປະຕິທິນ, ຢູ່ວິຫານເຈີ່ນເທືອງ, ຕາແສງເຍີນດ້າວ, ເມືອງລີເຍີນ ແຂວງຮ່ານາມ ໄດ້ຈັດງານບຸນແຈກຢາຍທັນຍາຫານ. ທ່ານນາງຮອງປະທານປະເທດຫວຽດນາມຫງວຽນທິຢວານ, ຜູ້ຕາງໜ້າບັນດາກະຊວງ ຂະແໜງການສູນກາງ, ທ້ອງຖິ່ນພ້ອມດ້ວຍແຂກທ່ອງທ່ຽວມາຈາກທຸກສາລະທິດນັບພັນຄົນໄດ້ເຂົ້າຮ່ວມ. ພາຍຫລັງໄດ້ປະຕິບັດພິທີຕ່າງໆ, ບັນດາພະອາຈານຂອງເມືອງລີເຍີນໄດ້ຈັດພິທີ ແລະແຈກຢາຍທັນຍາຫານຈຳນວນ 80.000 ຖົງ, ພິທີແຫ່ທັນຍາຫານ, ທະຫວາຍທູບທຽນ, ເປີດສາງທັນຍາຫານຢູ່ສະຖານທີ່ແຈກຢາຍ 21 ແຫ່ງ, ບັນດາຜູ້ອາວຸໂສໃນບ້ານໄດ້ແຈກຢາຍທັນຍາຫານໃຫ້ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ແຂກມາທະຫວາຍທູບທຽນຢູ່ວິຫານເຈີ່ນ
ພາບ: TTXVN
ວິຫານເຈີ່ນເທືອງແມ່ນແຫ່ງບູຊາ ຮືງດ້າວດາຍເວືອງເຈີ່ນກວກຕວນ ແລະນາຍພົນທີ່ມີຄຸນງາມຄວາມດີໃນການຕໍ່ຕ້ານເສິກຕ່າງດ້າວແຢວນເມິງໃນສັດຕະວັດທີ 13.
ແລະກໍໃນ ຕອນຄ່ຳວັນທີ 5/2 ກົງກັບວັນທີ 14 ເດືອນຈຽງປີມະໂຣງ ໄລ່ຕາມຈັນທະປະຕິທິນ,, ຢູ່ແຂງນາມດິ້ງ ໄດ້ຈັດພິທີເລີ່ມຕີກາວິຫານເຈີ່ນ ຊື່ງຖືກຈັດຂຶ້ນຕາມຮີດຄອງປະເພນີ ແຕ່ໃບກາປະທັບເລີ່ມແຈກຢາຍນັບແຕ່ 7 ໂມງເຊົ້າຂອງວັນທີ 15 ຮອດທ້າຍເດືອນຈຽງໄລ່ຕາມຈັນທະປະຕິທິນ, ທ່ານເລືອງ ຮົ່ງກວາງ ຮອງຫົວໜ້າສະຖາບັນວັດທະນະທຳສີລະປະຫວຽດນາມໃຫ້ຮູ້ວ່າ: “ມາຮອດປະຈຸບັນ, ຈຳນວນຄົນມາບໍ່ຫຼາຍຄືຊຸມປີກ່ອນໆ. ເພື່ອເຮັດໄດ້ຄືນແນວນັ້ນ, ຂ້າພະເຈົ້າຄິດວ່າ ຕ້ອງຈັດຕັ້ງ ແລະໂຄສະນາໃຫ້ປະຊາຊົນເຫັນວ່າ ຄຸນຄ່າຂອງໃບກາປະທັບ ແມ່ນເພື່ອຂໍຄວາມສະຫງົບສຸກ ຫາກບໍ່ແມ່ນການຊື້ຂາຍຕຳແໜ່ງ. ແລະເຂົາເຈົ້າມາຕອນໃດກໍໄດ້ຮັບໂຊກເອົາໄຊ ແລະໃບກາປະທັບຂອງເຈົ້າຊີວິດ….”