ພິ​ທີເອົາທຸງ ອາ​ຊຽນ ຂຶ້ນເສົາ ​ຢູ່ ຝ​ລັ່ງ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານທັ້ງ ດ້ວຍຖານະເປັນປະທານໝູນວຽນຂອງຄະນະກຳມະການ ອາຊຽນ ປະຈຳ ປາຣີ (ACP), ຖືວ່າ ອາຊຽນ ໄດ້ພິສູດໃຫ້ເຫັນທີ່ຕັ້ງເປັນໃຈກາງ ແລະ ການພົ້ນເດັ່ນທີ່ນັບມື້ນັບເພີ່ມຂຶ້ນຂອງຕົນ ໃນພາກພື້ນ ແລະ ໂລກ. 
ພິ​ທີເອົາທຸງ ອາ​ຊຽນ ຂຶ້ນເສົາ ​ຢູ່ ຝ​ລັ່ງ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານທັ້ງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ (08/08/1967 – 08/08/2023), ວັນທີ 8 ສິງຫາ, ທີ່ສຳນັກງານຢູ່ນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີເອົາທຸງ ອາຊຽນ ຂຶ້ນເສົາ ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດບັນດາປະເທດສະມາຊິກ, ພະນັກງານສະຖານທູດ, ກໍ່ຄືຜູ້ຕາງໜ້າ ກະຊວງເອີລົບ ແລະ ການຕ່າງປະເທດ ຝລັ່ງ, ພ້ອມກັບນັກກິລາບັນດາປະເທດ ອາຊຽນ ທີ່ເຂົ້າຮ່ວມ Olympic Paris 2024.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານທັ້ງ ດ້ວຍຖານະເປັນປະທານໝູນວຽນຂອງຄະນະກຳມະການ ອາຊຽນ ປະຈຳ ປາຣີ (ACP), ຖືວ່າ ອາຊຽນ ໄດ້ພິສູດໃຫ້ເຫັນທີ່ຕັ້ງເປັນໃຈກາງ ແລະ ການພົ້ນເດັ່ນທີ່ນັບມື້ນັບເພີ່ມຂຶ້ນຂອງຕົນ ໃນພາກພື້ນ ແລະ ໂລກ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ອາຊຽນ ຍາມໃດກໍ່ຈະແມ່ນສັນຍາລັກຂອງຄວາມສາມັກຄີ, ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ແລະ ຄວາມສາມາດໃນການຟື້ນຟູຢ່າງແຮງ. ທ່ານໃຫ້ຮູ້ວ່າ:

ທຸງອາຊຽນ ຍາມໃດກໍ່ແມ່ນສັນຍາລັກຂອງຄວາມເອກອ້າງທະນົງໃຈ ແລະ ເປັນພະຍານຫຼັກຖານໃຫ້ແກ່ບັນດາຂີດໝາຍສຳຄັນຂອງ ອາຊຽນ, ຕາງໜ້າໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງປະຊາຊົນເຂດອາຊີຕາເວັນອອກສ່ຽງໃຕ້ນັບແສນຄົນ ກ່ຽວກັບພາກພື້ນແຫ່ງສັນຕິພາບ, ສາມັກຄີ, ຢຶດໝັ້ນ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ