ພິທີໄຂຄ້າຍພັກແລ້ງຫວຽດນາມ 2015 “ ຄວາມເອກອ້າງທະນົງໃຈຫວຽດນາມ ”

ພິທີໄຂຄ້າຍພັກແລ້ງຫວຽດນາມ 2015 “ ຄວາມເອກອ້າງທະນົງໃຈຫວຽດນາມ ” - ảnh 1
ພິທີໄຂຄ້າຍພັກແລ້ງຫວຽດນາມ 2015 “ ຄວາມເອກອ້າງທະນົງໃຈຫວຽດນາມ ”


(vovworld)- ຕອນ​ເຊົ້າ​ວັນ​ທີ 16/7, ພິ​ທີ​ໄຂ​ຄ້າຍ​ພັກ​ແລ້ງ​ຫວຽດ​ນາມ 2015 ດ້ວຍ​ຫົວ​ຂໍ້ “ ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຫວຽດ​ນາມ ” ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງຊາວໜຸ່ມ​ເຍົາ​ວະ​ຊົນ​ຫວຽດ​ນາມ 160 ຄົນ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່ 21 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ວູ້​ຮົ່ງ​ນາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃຫ້​ຮູ້​ວ່າ : 

    “ ຜ່ານ​ເສັ້ນ​ທາງ​ຈາກ​ເໜືອ​ລົງ​ຮອດ​ໃຕ້, ພວກ​ນ້ອງ​ຈະ​ເຫັນ​ປະ​ຈັກ​ຕາ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ​ໃນ​ທຸກ​ດ້ານ​ຂອງ​ປະ​ເທດ​ຊາດ ແລະ ເຫັນ​ໄດ້​ເຖິງ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງ​ທີ່​ພໍ່​ແມ່​ພີ​ນ້ອງ​ຢູ່​ພາຍ​ໃນ​ປະ​ເທດ​ສະ​ຫງວນ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ໄອ​ໄສ​ຢູ່​ຕ່າງ​ປະ​ເທດ. ຫວັງ​ວ່າ ຈາກ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ອະ​ນຸ​ສອນ​ພາຍຫຼັງ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຄ້າຍ​ພັກ​ແລ້ງ. ຄຳ​ວ່າ : ຫວຽດ​ນາມ ນັ​ບມື້​ນັບ​ກາຍ​ເປັນ​ສິ່ງ​ທີ່​ລຶ້ງ​ເຄີຍ​ກັບ​ຊາວ​ໜຸ່ມ​ຫວຽດ​ນາມ​ໄອ​ໄສ​ຢູ່​ຕ່າງ​ປະ​ເທດ, ລະ​ດົມ​ກຳ​ລັງ​ໃຈ​ແກ່​ພວກ​ນ້ອງ​ໃຫ້​ເຕີບ​ໃຫຍ່, ກາຍ​ເປັນ​ບັນ​ດາຜູ້ມີ​ຄວ​າມຜູ້​ພັນ​ກັບ​ບ້ານ​ເກີດ​ເມືອງນອນ, ກົກ​ເຄົ້າ​ເຫງົ້າ​ກໍ ”

 

 

ຂ່າວ/ບົດ​ອື່ນ