ພິທີໄຂຊຸດເຝິກອົບຮົມວຽກງານແນວໂຮມໃຫ້ພະນັກງານແນວລາວສ້າງຊາດ
(ພິທີໄຂຊຸດເຝິກອົບຮົມວຽກງານແນວໂຮມ
ໃຫ້ພະນັກງານແນວລາວສ້າງຊາດ)
(vovworld) – ທີ່ພິທີເປີດຊຸດເຝິກອົບຮົມທີ່ດຳເນີນໃນຕອນເຊົ້າ 20/8 ຢູ່ຮ່າໂນ້ຍ, ຜູ້ຕາງໜ້າແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ ຢືນຢັນວ່າ: ເລື່ອງສົມທົບກັນຈັດຕັ້ງບັນດາຊຸດເຝິກອົບຮົມໄລຍະສັ້ນໃຫ້ແກ່ພະນັກງານແນວໂຮມ 2 ປະເທດ ຈະປະກອບສ່ວນເພີ່ມພູນຄູນສ້າງໃຫ້ມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ - ລາວ. ທ່ານຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ຄຳໃບ ດຳລັດ ໃຫ້ຮູ້ວ່າ: ບັນດາພະນັກງານເຂົ້າຮ່ວມຊຸດເຝິກອົບຮົມນີ້ ລ້ວນແຕ່ແມ່ນພະນັກງານຫາກໍ່ໄດ້ຮັບແຕ່ງຕັ້ງແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ. ທ່ານ ຄຳໃບ ດຳລັດ ປາດຖະໜາວ່າ: ບັນດາພະນັກງານແນວລາວສ້າງຊາດ ມາຮ່ຳຮຽນຈະໄດ້ຮັບເອົາທິດສະດີ, ບົດຮຽນຕົວຈິງ, ປະກອບສ່ວນສ້າງການພົວພັນລະຫວ່າງ 2 ອົງການແນວໂຮມເວົ້າສະເພາະ ແລະ 2 ປະເທດ ຫວຽດນາມ - ລາວ ເວົ້າລວມໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ. ທີ່ພິທີເປີດຊຸດຮຽນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ແລກປ່ຽນກັບບັນດາສຳມະນາກອນກ່ຽວກັບບາງຜົນງານ ແລະ ການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ພາຍຫລັງ 30 ປີແຫ່ງການປ່ຽນໃໝ່ ແລະ ແງ່ຫວັງໄລຍະຍາວ 2016 - 2030