ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
|
(vovworld) - ກອງປະຊຸມສຳມະນາວິທະຍາສາດສາກົນ “ຫວຽດນາມ - ອິນເດຍ: 45 ປີແຫ່ງການພົວພັນທາງການທູດ ແລະ 10 ປີແຫ່ງຄູ່ຮ່ວມມືຍຸດທະສາດ” ໄດ້ດຳເນີນໃນຕອນເຊົ້າວັນທີ 21/3. ນີ້ແມ່ນໜຶ່ງໃນບັນດາເຫດການເປີດສາກໃຫ້ແກ່ບັນດາການເຄືອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ກອງປະຊຸມສຳມະນາ ບໍ່ພຽງແຕ່ມີຄວາມໝາຍກ່ຽວກັບດ້ານທິດສະດີເທົ່ານັ້ນ ຫາກຍັງຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືເພື່ອຜົນປະໂຫຍດຂອງ 2 ລັດ, 2 ຊາດຢ່າງແຮງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ຊີ້ແຈ້ງວ່າ:
“ການພົວພັນມິດຕະພາບສັນຕິພາບ, ການຮ່ວມມື ແລະ ການພັດທະນາລະຫວ່າງ ຫວຽດນາມ - ອິນເດຍ ນັບມື້ນັບໄດ້ຍົກລະດັບກ້າວເຂົ້າສູ່ລວງເລິກ. ໃນສະພາບການໃຫມ່, ຮຽກຮ້ອງໃຫ້ 2 ປະເທດຕ້ອງເປັນເຈົ້າການເສີມຂະຫຍາຍບັນດາປັດໄຈຄ້າຍຄືກັນ, ສຸມໃສ່ແກ້ໄຂບັນດາຮົ້ວກີດຂວາງ, ກຳນົດບັນດາການກຳນົດທິດບຸລິມະສິດ, ຢັ້ງຢືນບົດບາດຂອງ ຫວຽດນາມ ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ອິນເດຍ”
ກໍ່ມີທັດສະນະເຊັນດຽວກັນ, ທ່ານເອກອັກຄະລັດຖະທູດ ສ. ອິນເດຍ ປະຈຳ ຫວຽດນາມ Parvathaneni Harish ຖືວ່າ:
“ປະຈຸບັນ ພວມແມ່ນຈຸດເວລາທີ່ດີສຳລັບ ຫວຽດນາມ ແລະ ອິນເດຍ ໃນຂະນະທີ່ 2 ປະເທດມີບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 10 ປີແຫ່ງຄູ່ຮ່ວມມືຍຸດທະສາດ. ຂ້າພະເຈົ້າເຫັນວ່າແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່ ແລະ ການພົວພັນ 2 ຝ່າຍຍັງສືບຕໍ່ພັດທະນາ”