ພະຍຸ Hagupit ຢູ່ຟິລິບປິນ ເຮັດໃຫ້ 2 ຄົນເສຍຊີວິດ
(ພາບ: EPA)
(vovworld)- ວັນທີ 7/12, ອົງການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງທຳມະຊາດແຫ່ງຊາດຟີລິບປິນ (NDRRMC) ໃຫ້ຮູ້ວ່າ: ມີສອງຄົນຖືກເສຍຊີວິດເມື່ອພະຍຸເຂດຮ້ອນ Hagupit ສືບຕໍ່ພັດເຂົ້າປະເທດນີ້. ໃນບົດລາຍງານສະບັບຫຼ້າສຸດ, NDRRMC ໃຫ້ຮູ້ວ່າ: ພະຍຸໄດ້ເຮັດໃຫ້ເດັກຍິງຜູ້ໜຶ່ງ ແລະ ຜູ້ເຖົ້າຜູ້ໜຶ່ງຢູ່ແຂວງພາກກາງ Iloilo ຂອງຟິລິບປິນເສຍຊີວິດ. ນອກຈາກນັ້ນແລ້ວ, ພະຍຸຍັງກໍ່ຜົນສະທ້ອນເຖິງກ່ວາ 195.000 ຄອບຄົວ, 183 ຖ້ຽວບິນພາຍໃນປະເທດຖືກຍຸບເລິກ ແລະ ສະໜາມບິນ 5 ແຫ່ງຕ້ອງປິດປະຕູ. ບັນດາເຄືອຂ່າຍໂທລະຄົມໃຫ່ຍຢູ່ບາງເຂດໃນເກາະ Leyte Samar ທາງພາກກາງຟິລິບປິນ ຖືກແປ່ເພ, ຫຼາຍແຫ່ງໄຟບໍ່ມາ./.