ພາຍຸ Sinlaku ​ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີວິດ 2 ຄົນ ​ແລະ ຜູ້​ຮັບ​ບາດ​ເຈັບ 02 ຄົນ

(VOVWORLD) -ຕອນເຊົ້າວັນທີ 03 ສິງຫາ ຢູ່ຮ່າໂນ້ຍ, ຫ້ອງການປະຈໍາການຄະນະຊີ້ນໍາສູນກາງ ກ່ຽວກັບວຽກງານຕ້ານໄພທໍາມະຊາດ ໄດ້ຈັດກອງປະຊຸມປຶກສາຫາລື, ຕີລາຄາກ່ຽວກັບຜົນເສຍຫາຍ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Sinlaku.
ພາຍຸ Sinlaku ​ເຮັດ​ໃຫ້ ມີ​ຜູ້​ເສຍ​ຊີວິດ 2 ຄົນ ​ແລະ ຜູ້​ຮັບ​ບາດ​ເຈັບ 02 ຄົນ - ảnh 1ເຮືອນຈໍານວນໜຶ່ງຖືກເປເພ ຍ້ອນພາຍຸລົມແຮງ, ຝົນຕົກໜັກ (ພາບ: VOV) 

         ຕາມການສະຖິຕິທີ່ຍັງບໍ່ທັນສົມບູນໃຫ້ຮູ້ວ່າ, ພາຍຸລູກດັ່ງກ່າວ ໄດ້ເຮັດໃຫ້ 2 ຄົນເສຍຊີວິດ ແລະ 2 ຄົນຮັບບາດເຈັບ. ເນື້ອທີ່ເຂົ້າ ແລະ ພືດພັນທັນຍາຫານຫຼາຍເຮັກຕາຖືກນໍ້າຖ້ວມ, ເຮືອນຈໍານວນໜຶ່ງຖືກເປເພ ຍ້ອນພາຍຸລົມແຮງ, ຝົນຕົກໜັກ. ພາຍຸ Sinlaku ໄດ້ອ່ອນລົງແລ້ວກາຍເປັນຄວາມດັນອາກາດຕໍ່າ, ແຕ່ການໝູນວຽນຂອງອາກາດພາຍຫຼັງເກີດພາຍຸໄດ້ຖືກພະຍາກອນວ່າ ຈະສືບຕໍ່ແກ່ຍາວ ແລະ ປະກົດມີຢູ່ບັນດາເຂດທາງພາກເໜືອຫວຽດນາມ. ເພາະສະນັ້ນ, ບັນດາທ້ອງຖິ່ນບໍ່ໄດ້ປະໝາກໃນການຮັບມືກັບນໍ້າຖ້ວມ, ນໍ້າແກ່ງ, ດິນເຊາະເຈື່ອນ, ໂດຍສະເພາະແມ່ນບັນດາທອ້ງຖິ່ນຢູ່ພາກເໜືອ.


ຕອບກັບ

ຂ່າວ/ບົດ​ອື່ນ