ຟິລິບປິນ ປະກາດຄຳສັ່ງຫ້າມຫາປາຢູ່ເກາະ Scarborough

ຟິລິບປິນ ປະກາດຄຳສັ່ງຫ້າມຫາປາຢູ່ເກາະ Scarborough - ảnh 1
ກ່ຳປັນຫາປາຂອງ ຟິລິບປິນ ເດີນທາງຫາປາຢູ່ທະເລ
(ພາບ: AFP)

(vovworld) – ວັນ​ທີ 16/5, ຟິລິບ​ປິນ ​ໄດ້​ປະກາດ​ຄຳ​ສັ່ງ​ຫ້າມ​ຫາ​ປາ ​ໃນ​ເວລາ 2 ​ເດ​ືອນຢູ່ເກາ​ະ​ Scarborough (​ເຊິ່ງຈີນ​ເອີ້ນ​ວ່າ​ເກາະ ຂວາງ​ແຢ້ນ) ບ່ອນ​ທີ່​ພວມ​ມີການ​ພິພາດ​ກັນ​ບົນ​ທະ​ເລ, ພາຍຫຼັງ​ທີ່​ປະ​ເທດ​ນີ້​ຖະ​ແຫຼ​ງວ່າ​ບໍ່​ຮັບ​ຮູ້​ຄຳ​ສ່ັງ​ຫ້າມ​ຫາ​ປາ​ທີ່​ຄ້າຍຄື​ກັນ​ຂອງ ຈີນ. ບັນດາ​ຄຳ​ສັ່ງ​ຂອງ ຟິລິບ​ປິນ ​ແລະ ຈີນ ລ້ວນ​ແຕ່ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 16/5, ​​ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ຄຳ​ສັ່ງ​ດັ່ງກ່າວ​ແມ່ນ​ໂອກາດ​ເພື່ອ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ເພື່ອ​ໃຫ້​ 2 ປະ​ເທດ​ນີ້ຖອນ​ອອກ​ຈາກ​ການ​ພິພາດ​​ເກາະ Scarborough ຫ່າງ​ຈາກ​ເກາະ Luzon ຂອງ ຟິລິບ​ປິນ 230 ກມ ​​ແລະ ​ຫ່າງ​ຈາກ​ຈີນ 1.200 ກມ.

ຂ່າວ/ບົດ​ອື່ນ