ມີ 35 ປະເທດຢັ້ງຢືນ ເຂົ້າຮ່ວມກອງປະຊຸມ ASEM 9 ຢູ່ລາວ

ມີ 35 ປະເທດຢັ້ງຢືນ ເຂົ້າຮ່ວມກອງປະຊຸມ ASEM 9 ຢູ່ລາວ - ảnh 1
ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ້ຂັ້ນ​ສູງ (SOM)
(ພາບປະກອບ)

(vovworld) -     ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ບຸນ​ເກີດ ສັງສົມ​ສັກ ​ໃຫ້​ຮູ້​ວ່າ ກອງ​ປະຊຸມສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ​ຄັ້ງ​ທີ 9 (ASEM 9) ຈະ​ໄດ້​ຈັດ​ຂຶ້ນ​ຢູ່​ລາວ​ໃນ​ເດືອນ 11 ຈະ​ມາ​ເຖິງ. ມາ​ຮອດ​ປະຈຸ​ບັນ, ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະ​ຊຸມ​ໄດ້​ຮັບ​ການ​ສຳ​ເລັດ​ໂດຍ​ພື້ນຖານ​ແລ້ວ. ປະຈຸ​ບັນ​ມີ 35 ປະ​ເທດຢັ້ງຢືນ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ້ຂັ້ນ​ສູງ (SOM) ທີ່​ພວມ​ດຳ​ເນີນ​​ຢູ່​ນະ​ຄອນ​ຫຼວງ​ວຽກ​ຈັນ, ບັນດາ​ຜູ້​ແທນ​ໄດ້​ເປັນ​ເອກະ​ພາບຕໍ່​​ເອກະສານບາງ​ສະບັບ​ທີ່​ຍືນ​ສະ​ເໜີ​ຕໍ່ກອງ​ປະຊຸມສຸດ​ຍອດອາຊີ - ​ເອີ​ລົບ, ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ຂອງ ASEM ​ແລະ ​ເປີດ​ກວ້າງ​ບັນດາ​ສະມາຊິກ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ