ມີກ່ວາ 130 ຄົນຖືກເສຍຊີວິດ ແລະ ຮັບບາດເຈັບໃນການ ວາງລະເບີດຢູ່ ຊີຣີ
ຮອງລັດຖະມົນຕີການຕ່າງປະເທດ ຊີຣີ ທ່ານ Faisal Meqdad ໃຫ້ຮູ້ວ່າ: ມີ 30 ຄົນຖືກເສຍຊີວິດ ແລະ ກ່ວາ 100 ຄົນຮັບບາດເຈັບໃນການວາງລະເບີດສະຫລະຊີບ 2 ຄັ້ງ ເພື່ອແນໃສ່ບັນດາສຳນັກງານປ້ອງກັນຄວາມສະຫງົບ ແລະ ອົງການສືບລະຊະການລັບຢູ່ນະຄອນຫຼວງ ດາມາດ ເມື່ອວັນທີ 23/12. ຕາມທ່ານຮອງລັດຖະມົນຕີ Meqdad, ການບຸກໂຈມຕີນີ້ໂດຍ ເຄື່ອຂ່າຍກໍ່ການຮ້າຍ Al – Quaeda ປະຕິບັດ ແລະ ຢັ້ງຢືນວ່າ: ລັດຖະບານ ແລະ ປະຊາຊົນ ຊີຣີຈະຕໍ່ສູ້ເພື່ອຕ້ານຄືນບັນດາກົນອຸບາຍກໍ່ການຮ້າຍນີ້. ການວາງລະເບີດໄດ້ດຳເນີນໄປໃນສະພາບການ ທີ່ຄະນະຜູ້ສັງເກດການຂອງສັນນິບາດ ອາຣັບ ໄດ້ມານະຄອນຫຼວງ ດາມາດ ເມື່ອວັນທີ 23/12 ເພື່ອຊອກຮູ້ສະພາບການຕົວຈິງກ່ຽວກັບສະພາບການຄວາມຮຸ້ນແຮງເກີດຂຶ້ນຢ່າງຕໍ່ເນື່ອງ ຢູ່ ຊີຣີ ໃນ 9 ເດືອນຜ່ານມາ.
ກໍ່ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ກ່າວປະມານການວາງລະເບີດກໍ່ການຮ້າຍແນໃສ່ນະຄອນຫຼວງ ດາມາດ ຂອງ ຊີຣີ.