ມີການເຄື່ອນໄຫວທີ່ມີຄວາມໝາຍຫລາຍຢ່າງເນື່ອງໃນໂອກາດວັນນັກທຸລະກິດຫວຽດນາມ13/10

ມີການເຄື່ອນໄຫວທີ່ມີຄວາມໝາຍຫລາຍຢ່າງເນື່ອງໃນໂອກາດວັນນັກທຸລະກິດຫວຽດນາມ13/10 - ảnh 1
ບັນ​ດາ​​ວິ​ສາ​ຫະ​ກິດ​​ດີ​ເດັ່ນໄດ້​ຮັບ​ລາງວັນ

(vovworld)-  ຕອນ​ບ່າຍ​ວັນ​ທີ 12/10, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບີງດີ້ງ ໄດ້​ຈັດ​ການ​ພົບ​ປະ​ສັງ​ສັນ​ກັບ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ ເນື່ອງ​ໃນ​ໂອ​ກາດ​ວັນ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ແລະ ມອບ​ນາມ​ມະ​ຍົດ, ​ລາ​ງວັນ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຢູ່​ແຂວງ ບີງດີ້ງ ປີ 2016. ເນື່ອງ​ໃນ​ໂອ​ກາດນີ້, ມີ​ນັກ​ທຸ​ລະ​ກິດ 8 ຄົ​ນ ແລະ ວິ​ສາ​ຫະ​ກິດ 14 ແຫ່ງ​ໄດ້​ຮັບ ນາມ​ມະ​ຍົດ, ​ລາ​ງວັນ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ດີ​ເດັ່ນ​​ຢູ່​ແຂວງ ບີງດີ້ງ ປີ 2016.

ໃນ​ວັນດຽວ​ກັນ, ຄະ​ນະກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫວີງ​ຟຸກ ກໍ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ບັນ​ດາ​ນັກ​ທຸ​ລະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ. ທ່ານ ຫງວຽນ​ວັນ​ຈີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫວີງ​ຟຸກ ໃຫ​້​ຮູ້​ວ່າ: ແຂວງ ຫວີງ​ຟຸກ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ.

ຕອນ​ບ່າຍ​ວັນ​ດຽວ​ກັນ ຄະ​ນະ​ກຳ​ມະ​ການ​ແຂວງ ລອງ​ອານ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ຫນ້າ​ການ​ນຳບັນ​ດາ​ພະ​ແນກ, ຂະ​ແຫນງ​ການ ແລະ ນັກ​ທຸ​ລະ​ກິດ​ກວ່າ 350 ຄົນ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລອງ​ອານ ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ ແລະ ມອບ​ລາງວັນ ຂັນ​ຄຳ​ວິ​ສາ​ຫະ​ກິດ​ດີ​ເດັ່ນ​ໃຫ້​ແກ່ 8 ໝູ່​ຄະ​ນະ, ທ​ຸງ​ແຂ່ງ​ຂັນ​ໃຫ້​ແກ່ 21 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ