ມ​ີ​ຄຳ​ສັ່ງ​ຈຳ​ກັດ​ການ​ໄປ​ມາຫຼາຍ​ຢ່າງ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຢູ່ຫຼາຍ​ປະ​ເທດ

(VOVWORLD) -ຕໍ່ໜ້າບັນດາການຜັນແປທີ່ເປັນໜ້າວິຕົກກັງວົນຂອງ ໂລກລະບາດອັກເສບປອດ Covid – 19 ໃນທົ່ວໂລກ ເຮັດໃຫ້ຫຼາຍປະເທດຕ້ອງປະກາດໃຊ້ບັນດາຄຳສັ່ງກ່າວເຕືອນການໄປມາເພື່ອແນໃສ່ສະກັດກັ້ນການແຜ່ລະບາດຢ່າງໄວວາຂອງໂລກລະບາດ.
ມ​ີ​ຄຳ​ສັ່ງ​ຈຳ​ກັດ​ການ​ໄປ​ມາຫຼາຍ​ຢ່າງ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຢູ່ຫຼາຍ​ປະ​ເທດ - ảnh 1

ຜູ້ໂດຍສານໃສ່ຜ້າອັກປາກ - ດັ່ງເພື່ອຕ້ານການຕິດແປດ ເຊື້ອ Covid – 19 (ພາບ: AFP/TTXVN)

ໃນວັນທີ 8 ມີນາ ກອງທັບອາເມລິກາ ໄດ້ຕັດສິນຈຳກັດບັນດາການເຄື່ອນໄຫວໄປມາເຖິງ ອີຕາລີ ແລະ ສ.ເກົາຫຼີ, ພ້ອມທັງຫ້າມບໍ່ໃຫ້ບັນດາກຳລັງຂອງຕ່າງປະເທດເຂົ້າຮ່ວມບັນດາການຊ້ອມຮົບຢູ່ ອາເມລິກາ, ກໍ່ຄືຫ້າມບໍ່ໃຫ້ດຳເນີນບັນດາການເຄື່ອນໄຫວແລກປ່ຽນ ແລະ ຢ້ຽມຢາມບັນດາປະເທດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຂອງໂລກລະບາດ.

ລັດຖະບານ ແອນຊານວາດໍ ໄດ້ຫ້າມບໍ່ໃຫ້ແຂກທ່ອງທ່ຽວເຂົ້າເມືອງທີ່ມາຈາກ ອີຕາລີ, ສ.ເກົາຫຼີ ແລະ ອີຣານ. ປັດຈຸບັນ, ແອນຊານວາດໍ ຍັງບໍ່ທັນມີກໍລະນີໃດຕິດເຊື້ອ Covid – 19.

ສ່ວນອິນໂດເນເຊຍ ຈະຈັດແບ່ງເຂດສະເພາະຮັບແຂກທ່ອງທ່ຽວເຂົ້າເມືອງທີ່ມາຈາກ ຈີນ, ສ.ເກົາຫຼີ, ອີຣານ ແລະ ອີຕາລີເພື່ອແນໃສ່ສະກັດກັ້ນໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ