ມູນເຊື້ອ,ຄຸນນະທາດແລະຄວາມຮັບຜິດຊອບ

ມູນເຊື້ອ,ຄຸນນະທາດແລະຄວາມຮັບຜິດຊອບ - ảnh 1
ກອງປະຊຸມສຳມະນາແຫ່ງຊາດ 90 ປີ​ແຫ່ງ​ວັນ​
ສື່​ມວນ​ຊົນ​ປະຕິວັດ ​ຫວຽດນາມ
(ພາບ: Thy Hạt)


(vovworld) – 90 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ: ມູນ​ເຊື້ອ, ຄຸນ​ນະ​ທາດ ​ແລະ​ຄວາມ​ຮັບຜິດຊອບ. ນັ້ນ​ແມ່ນ​ຊື່​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 18/6, ຢູ່ ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນສື່​ມວນ​ຊົນປະຕິວັດ​ຫວຽດນາມ (21/6/1925-21/6/2015). ດ້ວຍ​ການ​ພັດທະນາ​ຢ່າງ​ແຮງ​ຂອງ 4 ຮູບ​ການ,​ ສື່​ມວນ​ຊົນ​ໄດ້​ມີ​ການປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນງານ​ລວມຂອງພາລະກິດ​ປ່ຽນ​ໃໝ່ປະ​ເທດ​ຊາດ. ສື່​ມວນ​ຊົນ​​ໄດ້ຄົ້ນ​ພົບ,​ ຕໍ່ສູ້​ຢ່າງ​​ຂ້ຽວຂາດກັບ​ບັນດາ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ອາດຍາ​ສິດ, ການ​ຫຍໍ້​ທໍ້ ​ແລະ ບັນດາ​ໄພ​ສັງຄົມ; ​ເຂົ້າ​ຮ່ວມ​ການ​ຕິດ​ຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ນະ​ໂຍບາຍ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ…ພ້ອມ​ທັງ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ; ຕໍ່ສູ້ປະຕິ​ເສດ
ບັນດາ​ຂ່າວ, ທັດສະນະ​ທີ່​ຜິດ​ພາດ, ​ເປັນ​ປໍ​ລະ​ປັກ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ ​ແລະ ບັນດາ​ລະບອບ​ສັງຄົມ​ນິຍົມ, ​ແມ່ນ​ເວທີ​ປາ​ໄສ​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ. ບັນດາ​ບົດ​ທາ​ບທາມ​​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຍົກ​ສູງ​ບົດບາດ​ໜ້າ​ທີ່​ຂອງ​ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ, ຍົກ​ສູງຄຸນ​ນະ​ທາດ​ດ້ານການ​ເມືອງ, ຈັນ​ຍາ​ບັນ​​ຂອງ​ນັກ​ຂ່າວ; ພ້ອມ​ທັງ​ສະ​ເໜີ​ບັນດາມາດ​ຕະການ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບສື່​ມວນ​ຊົນ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເມື່ອ​ເຕື້ອງ​ເຖິງ​ຈັນ​ຍະ​ບັນ​ຂອງ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ, ທ່ານ ຫງວຽນ​ເທ໋ກີ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຖື​ວ່າ: ຄຽງ​ຂ້າງ​ການ​ຍົກ​ສູງ​ລະດັບດ້ານ​ການ​ເມືອງ, ວັດທະນະທຳ, ວິຊາ​ສະ​ເພາະ​, ນັກ​ຂ່າວ​ແຕ່ລະຄົນ​ຄວນ​​ເອົາ​ໃຈ​ໃສ່​ເຖິງຈັນ​ຍາ​ບັນຂອງ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ.

ຂ່າວ/ບົດ​ອື່ນ