ມີຫຼາຍ​ປະ​ເທດ EU ກ່າວ​ເຕືອນ ​ພົນ​ລະ​ເມືອງ​ບໍ່ໃຫ້​ໄປເຂດ​ຕ​າ​ເວັນ​ອອກ​ກາງ

(VOVWORLD) - ໃນວັນທີ 31 ກໍລະກົດ, ກະຊວງການຕ່າງປະເທດ ອັງກິດ ໄດ້ກ່າວເຕືອນພົນລະເມືອງ ອັງກິດ ບໍ່ໃຫ້ໄປ ລີບັງ ແລະ ສະເໜີບັນດາພົນລະເມືອງ ອັງກິດທີ່ພວມຢູ່ລີບັງ ແຈ້ງການມີໜ້າຂອງຕົນຢູ່ແຫ່ງນີ້ຜ່ານປະຕູຖານເອເລັກໂຕນິກຂອງ ລັດຖະບານ.
ມີຫຼາຍ​ປະ​ເທດ EU ກ່າວ​ເຕືອນ ​ພົນ​ລະ​ເມືອງ​ບໍ່ໃຫ້​ໄປເຂດ​ຕ​າ​ເວັນ​ອອກ​ກາງ - ảnh 1ເຫດບຸກໂຈມຕີທາງອາກາດເລັ່ງໃສ່ ລີບັງ ຂອງ ອິດສະລາແອັນ (ພາບ: THX/TTXVN)

ໃນສື່ສັງຄົມອອນໄລ X, ວັນທີ 1 ສິງຫາ, ກະຊວງການຕ່າງປະເທດຝລັ່ງ ໄດ້ອອກຄຳກ່າວເຕືອນພົນລະເມືອງຝລັ່ງ ບໍ່ໃຫ້ໄປຍັງ ອິດສະລາແອັນ ແລະ ບັນດາເຂດດິນແດນຂອງ ປາແລັດສະຕິນ ເພື່ອທ່ອງທ່ຽວ ແລະ ຢ້ຽມຢາມພໍ່ແມ່ພີ່ນ້ອງ ນອກຈາກສາຍເຫດທີ່ຈຳເປັນ.

ກ່ອນໜ້ານັ້ນ, ໃນວັນທີ 31 ກໍລະກົດ, ກະຊວງການຕ່າງປະເທດ ອັງກິດ ໄດ້ກ່າວເຕືອນພົນລະເມືອງ ອັງກິດ ບໍ່ໃຫ້ໄປ ລີບັງ ແລະ ສະເໜີບັນດາພົນລະເມືອງ ອັງກິດທີ່ພວມຢູ່ລີບັງ ແຈ້ງການມີໜ້າຂອງຕົນຢູ່ແຫ່ງນີ້ຜ່ານປະຕູຖານເອເລັກໂຕນິກຂອງ ລັດຖະບານ.

ບັນດາປະເທດຄື ເຢຍລະມັນ, ແບນຊິກ, ໂຮນລັງ, ແດນມາກ, ໄອແລນ, ສະວິດ ກໍ່ໄດ້ກ່າວເຕືອນພົນລະເມືອງ ໃຫ້ເດີນທາງອອກຈາກລີບັງ.

ໂດຍຮູ້ສຶກວິຕົກກັງວົນຕໍ່ຄວາມສ່ຽງເກີດການປະທະກັນດ້ວຍອາວຸດໃນຂອບຂະໜາດໃຫຍ່ລະຫວ່າງ ອິດສະລາແອັນ ແລະ ບັນດາກຳລັງປໍລະປັກ ຢູ່ເຂດຕາເວັນອອກກາງ, ມີຫຼາຍບໍລິສັດການບິນໃນພາກພື້ນ ແລະ ໂລກຄື: Delta ແລະ United Airlines ຂອງອາເມລິກາ; Lufthansa ຂອງເຢຍລະມັນ,  Austrian Airlines ຂອງ ໂອຕາລິດ, Brussels Airlines ຂອງ ແບນຊິກ ແລະ  Air India ຂອງ ອິນເດຍ ກໍ່ໄດ້ປະກາດຍົກເລີກທຸກຖ້ຽວບິນໄປອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ