ມອບລາງວັນ ປະດິດຄິດສ້າງ ວິທະຍາສາດຫວຽດນາມ ແລະ ລາງວັນ WIPO ປີ 2011

ມອບລາງວັນ ປະດິດຄິດສ້າງ ວິທະຍາສາດຫວຽດນາມ ແລະ ລາງວັນ WIPO ປີ 2011 - ảnh 1
ທ່ານ  Nguyen Thien Nhan ຮອງ​ນາຍົກລັດຖະມົນຕີຫວຽດນາມ
ມອບ​ລາງວັນ​ປະດິດ​ຄິດສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຫວຽດນາມ ປີ 2011
ໃຫ້ແກ່ ຫົວໜ່ວຍມີກິດຈະກຳດີເດັ່ນ
(ພາບ: TTXVN)


Vovworld- ຕອນ​ຄ່ຳ ວັນ​ທີ 15/5 ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ, ກອງ​ທຶນ​ໜູນຊ່ວຍການ​ປະດິດ​ຄິດ​ສ້າງ​ເຕັກນິກ​ຫວຽດນາມ VIFOTECT ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ປະດິດ​ຄິດສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຫວຽດນາມ ​ແລະ ລາງວັນ WIPO, ລາງວັນ​ຂັນ​ຄຳ ຊັບ​ສິນ​ທາງ​ປັນຍາ​ຫວຽດນາມ ປີ 2011. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ  Nguyen Thien Nhan ຮອງ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ຍ້ອງ​ຍໍ​ຊົມເຊີຍບັນດາຜົນງານຊຶ່ງບັນດານັກວິທະຍາສາດ, ນັກປະດິດຄິດສ້າງດ້ານ ເຕັກນິກບັນລຸໄດ້ໃນປີ 2011 ແລະ ໃນ 17 ປີທີ່ຜ່ານມາ. ບັນດາກິດຈະກຳ ວິທະຍາສາດ ເຕັກໂນໂລຢີ ທີ່ໄດ້ຮັບລາງວັນ ໄດ້ເປັນການປະກອບສ່ວນຢັງຢືນ ການມີຫົວຄິດປະດິດສ້າງຂອງຖັນແຖວນັກ ວິທະຍາສາດ. ບົນຈິດໃຈດັ່ງກ່າວ, ທ່ານ  Nguyen Thien Nhan ຮອງ​ນາຍົກລັດຖະມົນຕີຫວຽດນາມໄດ້ຝາກຄວາມ ເຊື່ອໝັ້ນຕໍ່ບັນດານັກປະດິດຄິດສ້າງດ້ານເຕັກນິກຜູ້ອອກແຮງງານໃນທົ່ວປະເທດ, ທ່ານຢືນຢັນວ່າການ ປະດິດຄິດສ້າງ ຈະຕັດສິນການພັດທະນາຂອງປະເທດຊາດ. ປີນີ້, ຄະນະຈັດຕັ້ງມອບລາງວັນໃຫ້ແກ່ 38 ກິດຈະກຳ ຊຶ່ງລວມມີ 4 ລາງວັນທີ 1, 9 ລາງວັນທີ 2, 13 ລາງວັນທີ 3 ແລະ 12 ລາງວັນຊົມເຊີຍ ທີ່ຂຶ້ນກັບ 6 ຂົງເຂດຜະລິດ ກົນຈັກ-ອັດຕະໂນມັດ. ພ້ອມກັນນັ້ນ, ຄະນະຈັດຕັ້ງຍັງໄດ້ມອບວັນ ຂັນ​ຄຳ ຊັບ​ສິນ​ທາງ​ປັນຍາ​ຫວຽດນາມ ປີ 2011 ໃຫ້ແກ່ 11 ວິສາຫະກິດທີ່ດີເດັ່ນ ໃນການນຳໃຊ້ລະບົບ​ຊັບ​ສິນ​ທາງ​ປັນຍາ​ເຂົ້າ​ໃນ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ