ມອບຫລຽນກາທີ່ລະນຶກເພື່ອສຸຂະພາບປະຊາຊົນ

ມອບຫລຽນກາທີ່ລະນຶກເພື່ອສຸຂະພາບປະຊາຊົນ - ảnh 1
ທ່ານ Franz Jessen, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ສະ​ຫະ​ພາບ​ເອີ​ລົບ ປ​ະ​ຈຳ​ຫວຽດ​ນາມ
ພາບ:dantri

(vovworld)- ວັນ​ທີ15 /7, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໄດ້​ມອບ​ຫລຽ​ນ​ກາ​ທີ່​ລະ​ນຶກ​ເພື່ອ​ສຸ​ຂະ​ພາບ​ປະ​ຊາ​ຊົນ ໃຫ້​ທ່ານ Franz Jessen, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ສະ​ຫະ​ພາບ​ເອີ​ລົບ(ອີ​ຢູ) ຫາກໍ​ສິ້ນ​ສຸດ​ອາ​ຍຸ​ການ​ວຽກ​ງານ​ຢູ່​ຫວຽດ​ນາມ. ໃນ​ອາ​ຍຸ​ການນີ້, ທ່ານ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຕັ້ງ​ຫນ້າ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ອີ​ຢູ ແລະ ຫວຽດ​ນາມ. ພິ​ເສດ ໃນ​ຂົງ​ເຂດ​ສາ​ທາ​ລ​ະ​ນະ​ສຸກ, ມີ​ບົດ​ບາດ​ສຳ​ຄັນ​ເພື່ອ​ໃຫ້ ອີ​ຢູ ຕົກ​ລົງ​ຫນູນ​ຊ່ວຍ 114 ລ້ານ ເອີ​ໂຣ ຊ່ວຍ​ຫວຽດ​ນາມ ໃນ​ໂຄງ​ການ​ຫນູນ​ຊ່ວຍ​ງົບ​ປະ​ມານ​ໃຫ້​ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ ດ້ວຍ​ຈຸດ​ປະ​ສົງ​ປະ​ຕິ​ຮູບ​ຂະ​ແຫນງ​ສ​າ​ທາ​ລະ​ນະ​ສຸກ​ໄລ​ຍະ 2015-2017.

ຂ່າວ/ບົດ​ອື່ນ