ມະ​ຫາ​ວິ​ທະ​ຍາ​ໄລ ກຸຍ​​ເຍີນ ປະ​ດິດ​ ​ເຄື່ອງ​ລ້າງ​ມືຂ້າ​ເຊື້ອອັດ​ຕະ​ໂນ​ມັດ ແລະ ເຄື່ອງວັດ​ແທກ​ອຸນ​ຫະ​​ພູມ ​ຮ່າງ​ກາຍ​ໂດຍ​ບໍ່​ຕ້ອງ​ການສຳ​ຜັດ​

(VOVWORLD) -ຈຸດດີຂອງ 2 ເຄື່ອງດັ່ງກ່າວແມ່ນ ຊ່ວຍໃຫ້ຜູ້ນຳໃຊ້ ຈຳກັດການສຳຜັດກັບຜູ້ຖືກວັດແທກ, ຫຼີກລ້ຽງຄວາມສ່ຽງຕໍ່ການຕິດແປດ ແລະ ຫຼີກລ້ຽງການ  ຈັບບາຍຕຸກບັນຈຸນ້ຳຢາຂ້າເຊື້ອໂດຍກົງ.
 

ກຸ່ມຄູອາຈານພະແນກເຕັກນິກ - ເຕັກໂນໂລຢີ, ມະຫາວິທະຍາໄລກຸຍເຍີນ ແຂວງບິ່ງດິ້ງຂອງຫວຽດນາມ ຫາກໍປະດິດສ້າງສຳເລັດ ແລະ ນຳເຂົ້າໃຊ້ງານເຄື່ອງລ້າງມືຂ້າເຊື້ອອັດຕະໂນມັດ ແລະ ເຄື່ອງວັດແທກອຸນຫະພູມຮ່າງກາຍໂດຍບໍ່ຕ້ອງການສຳຜັດ ເພື່ອຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. ຈຸດດີຂອງ 2 ເຄື່ອງດັ່ງກ່າວແມ່ນ ຊ່ວຍໃຫ້ຜູ້ນຳໃຊ້ ຈຳກັດການສຳຜັດກັບຜູ້ຖືກວັດແທກ, ຫຼີກລ້ຽງຄວາມສ່ຽງຕໍ່ການຕິດແປດ ແລະ ຫຼີກລ້ຽງການ  ຈັບບາຍຕຸກບັນຈຸນ້ຳຢາຂ້າເຊື້ອໂດຍກົງ, ສະນັ້ນ ເຮັດໃຫ້ຜູ້ນ້ຳໃຊ້ມີຄວາມອຸ່ນອ່ຽນໃຈ ແລະ ປອດໄພກວ່າ ໃນເວລານຳໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ