ມາເລເຊຍ ແລະ ຟີລິບປີນ ເຫັນດີແກ້ໄຂການພິພາດບົນທະເລຕາເວັນອອກ ໂດຍສັນຕິວິທີ
(ພາບ: Reuters)
(vovworld) - ວັນທີ 28/02, ທ່ານປະທານາທິບໍດີ ຟີລິບປີນ Benigno Aquino ຖະແຫຼງວ່າ ປະເທດນີ້ ແລະ ມາເລເຊຍ ເຫັນດີແກ້ໄຂການພິພາດບົນທະເລຕາເວັນອອກໂດຍສັນຕິວິທີ ຕາມຂໍ້ກຳນົດຂອງກົດໝາຍ ແລະ ຕາມສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ.
ກ່າວຄຳເຫັນໃນການປະຊຸມຂ່າວລວມກັບທ່ານນາຍົກລັດຖະມົນຕີມາເລເຊຍ Najib Tun Razak ຢູ່ມາເລເຊຍ, ທ່ານ Aquino ໃຫ້ຮູ້ວ່າ, 2 ປະເທດເຊື່ອໝັ້ນວ່າ ເລື່ອງເຄົາລົບກົດໝາຍ, ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການເຈລະຈາຢ່າງຈິງໃຈ ແມ່ນບັນດາປັດໃຈພື້ນຖານ ເພື່ອຊ່ວຍໃຫ້ບັນດາປະເທດກໍ່ສ້າງເປັນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສັນຕິພາບ, ວັດທະນາຖາວອນ.
ສ່ວນທ່ານນາຍົກລັດຖະມົນຕີ Razak ໃຫ້ຮູ້ວ່າ ການນຳ 2 ທ່ານໄດ້ພິຈາລະຈາຫຼາຍບັນຫາໃນການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ແລະ ພວມຄິດໄລ່ຊັ່ງຊາຄວາມສາມາດສ້າງຕັ້ງໂທລະສັບປ້ອງກັນຄວາມສະຫງົບສາຍດ່ວນ ເພື່ອຮັບປະກັນບໍ່ປະໃຫ້ເກີດການແຊກແຊງໃດໆກ່ຽວກັບຄວາມສະຫງົບປອດໄພລະຫວ່າງ 2 ປະເທດ.