ມາເລເຊຍປຶກສາຫາລື ວິທີໃໝ່ເພື່ອຊອກຫາ ເຮືອບິນ MH-370


ມາເລເຊຍປຶກສາຫາລື ວິທີໃໝ່ເພື່ອຊອກຫາ ເຮືອບິນ MH-370 - ảnh 1

ພາຫະນະ​ຂອງ​ອົດ​ສະ​ຕາ​ລີ​ເພື່ອ​ຊອກ​ຫາເຮືອບິນ MH-370

(ພາບ:THX/TTXVN)

 (vovworld)-  ທ່ານ Hishammuddin Hussein ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ທັງ​ເປັນ​ຮັກສາ​ການ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຈະ​ປຶກສາ​ຫາລື​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ພາຫະນະ​ທີ່​ມີ​ຄວາມ​ສາມາດ​ຊອກ​ຫາ​ເຮືອບິນ​ MH-370 ຢູ່​ເຂດ​ທະ​ເລ​ເລິກ ​ແລະ ຄ່າ​ໃຊ້​ຈ່າ​ຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຊອກ​ຫາ​ນີ້. ຕາມ​ທ່ານ​ລັດຖະມົນຕີ Hishammuddin Hussein ​ແລ້ວ, ໜ່ວຍ​ສືບສວນ​ສາກົນ​ຈະ​ລວມມີ​ຜູ້ຕາງໜ້າ​ທາງ​ການ​ຂອງ​ຄະນະ​ກຳມະການ​ຄົມມະນາຄົມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ອົງການ​ສືບສວນ​ອຸບັດ​ຕິ​ເຫດ​​ການບິນ​ອັງກິດ, ກົມ​ສື​ບສວນ​ອຸບັດ​ຕິ​ເຫດການ​ບິນ​ຈີນ…. ​ແລະ ຜູ້ຕາງໜ້າ​ຂອງ​ອາ​ຊຽນ ທີ່​ມາ​ຈາກ​ສິງກະ​ໂປ ​ແລະ ອິນ​ໂດ​ເນ​ເຊຍ. ໜ້າ​ທີ່​ຕົ້ນຕໍ່​ຂອງ​ໜ່ວຍ​ສືບສວນ​ສາກົນ​ແມ່ນ​ຕີ​ລາຄາ, ສືບສວນ ​ແລະ ຍົກ​ອອກ​ຂໍ້ສະຫລຸບ​ກ່ຽວ​ກັບ​ເຫດການ​ເຮືອບິນ MH-370 ຖືກ​ຫາຍ​ສາບ​ສູນ ​ເພື່ອ​ແນ​ໃສ່​ຫລີກ​ລ້ຽງ​ເຫດການ​ເຊັນ​ດຽວ​ກັນ​ໃນ​ອະນາຄົດ./.

ຂ່າວ/ບົດ​ອື່ນ