ມາເລເຊຍ,ອົດສະຕາລີແລະຈີນປຶກສາຫາລືວິທີການຊອກຫາເຮືອບິນMH370ໄລຍະໃໝ່

ມາເລເຊຍ,ອົດສະຕາລີແລະຈີນປຶກສາຫາລືວິທີການຊອກຫາເຮືອບິນMH370ໄລຍະໃໝ່ - ảnh 1
ກອງປະຊຸມລະຫວ່າງ 3 ຝ່າຍ
(ພາບ: AFP/TTXVN)

(vovworld) – ວັນ​ທີ 5/5, ບັນດາ​ລັດຖະມົນຕີ​ກະຊວງ​ຄົມ​ມະ​ນາ​ຄົມ - ຂົນ​ສົ່ງ​ຂອງ ມາ​ເລ​ເຊ​ຍ, ອົ​ດສະ​ຕາ​ລີ ​ແລະ ຈີນ ​ໄດ້​ໂຮມ​ປະ​ຊຸມ​ຢູ່​ນະຄອນຫຼວງ Canberra, ປະ​ເທດ ອົດ​ສະ​ຕາ​ລີ, ​ເພື່ອ​ປຶກສາ​ຫາລື​ແຜນການ​ຊອກ​ຫາ​ເຮືອບິນ​ຫາຍ​ສາບ​ສູນ MH 370 ຂອງ​ບໍລິສັດ​ການບິນ ມາ​​ເລ​ເຊຍ ​ໃນ​ໄລຍະ​ໃໝ່. ຕາມ​ແຈ້ງ​ຂ່າວ​ຮ່ວມ​ກ່ຽວ​ກັບ​ກອງ​ປະຊຸມ​ລະຫວ່າງ 3 ຝ່າຍ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ຮັບ​ຮູ້​ການ​ເຄື່ອນ​ໄຫວ​ຊອກ​ຫາ​ຕ່າງ​ໆ ຢ່າງ​ຕັ້ງໜ້າ ​ແລະ ການປະກອບ​ສ່ວນ​ຂອງ 26 ປະ​ເທດ​ໃນ​ການ​ຊອກ​ຫາ MH 370, ຈາກ​ທະ​ເລ​ຕາ​ເວັນ​ອອກ ຮອດ​ຊ່ອງ​ທະ​ເລ Malacca, ທະ​ເລ Andaman, ​ແລວ​ພາກ​ເໜືອ ​ແລະ​ ພາກ​​ໃຕ້​ຢູ່ ທາງ​ພາກ​ໃຕ້ ມະຫາ​ສະໝຸດ​ອິນ​ເດຍ. ບັນດາ​ລັດຖະມົນຕີ ຢືນຢັນ​ວ່າ​: ​ເລື່ອງ​ຊອກ​ຫາ​​ແມ່ນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ຕໍ່​ເນື່ອງ ດ້ວຍ​​ບັນດາການເຄື່ອນ​ໄຫວ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ສຸມ​ໃສ່​ເຂົ້າ​ໃນ​ເລື່ອງ​ເພີ່ມ​ທະວີ​ວຽກ​ງານ​ຊອກ​ຫາ​ຢູ່ ​ໃຕ້ມະຫາ​ສະໝຸດ ​ໃນ​ເນື້ອ​ທີ່​ກ້ວາງ​ຂວາງ. ນອກຈາ​ກນັ້ນ, ບັນດາ​ລັດຖະມົນຕີ ກໍ່​ປຶກສາ​ຫາລື​ແຜນການ​ຊອກຫາ​​ແບບ​ລວ​ມສູນ ​ແລະ ​ເພີ່ມ​ທະວີ​ຢູ່​ໃຕ້​ທະ​ເລ​ຄືນ​ໃໝ່ ​ແລະ ຢືນຢັນ​ຄືນ​ໃໝ່​ຄວາມ​ສາມາ​ດຊອກຫາ​ສາກົນ​ຍັງຄົງສືບ​ຕໍ່ດຳ​ເນີນ.

ຂ່າວ/ບົດ​ອື່ນ