ມື້ເຮັດວຽກທີ 4, ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 8 ຊຸດທີ 12

(VOVWORLD) -ວັນທີ 05 ຕຸລາ, ເປັນມື້ເຮັດວຽກທີ 4 ຂອງກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 8 ຊຸດທີ 12.

ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຕາມໜ່ວຍ, ປຶກສາຫາລືກ່ຽວກັບຂໍ້ກຳນົດຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອ່ືນໝົດແມ່ນກຳມະການກົມການເມືອງ, ກຳມະການຄະນະເລຂາ, ກຳມະການຄະນະບໍລິຫານງານສູນກາງພັກ; ກ່ຽວກັບການສ້າງຕັ້ງບັນດາອະນຸກຳມະການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

        ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມ, ສືບຕໍ່ປຶກສາຫາລືກ່ຽວກັບບັນດາເນື້ອໃນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ