ມື້ເຮັດວຽກທີ 7 ຂອງກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ 11

ມື້ເຮັດວຽກທີ 7 ຂອງກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ 11 - ảnh 1

ມື້ເຮັດວຽກທີ 7 ຂອງກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ 11

(vovworld) - ຕອນ​ເຊົ້າ​ວັນ​ທີ 11/1, ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ເປັນ​ປະທານ​ກອງ​ປະຊຸມ.

ຄະນະ​ບໍລິຫານ​ງານ​ສູນ​ກາງຮັບ​ຟັງ​ບົດ​ລາຍ​ງານກ່ຽວ​ກັບໝາກຜົນ​ແຫ່ງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ສຳລັບ​ບັນດາ​ທ່ານກຳມະການ​ກົມ​ການ​ເມືອງ, ກຳມະການ​ຄະນະ​ເລຂາ​ຊຸດ​ທີ 11.

ທ່ານ​ໂຕ​ຮູ​ຍ​ເຮື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ອ່ານ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ເລື່ອງ​​ເລືອກ​ຕັ້ງ​ເພີ່ມ​ກຳມະການ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ທີ 11.

ທ່ານ​ ​ໂງ​ວັນ​ຢຸ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກຳມະການກວດກາສູນ​ກາງ​ອ່ານ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ເລື່ອງ​ພິຈາລະນາ​ແກ້​ໄຂ​ຮ້ອງ​ຟ້ອງ​ປະຕິບັດ​ວິ​ໄນ​ພັກ.

ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ໄດ້​ເລືອກ​ຕັ້ງ​​ກຳມະການ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ທີ 11 ​​ເພີ່ມຕື່ມ​ອີກ 8 ທ່ານ, ລົງ​ມະຕິ​ຮັກສາ​ຮູບ​ການ​ປະ​ຕິ​ບັດ​ວິ​ໄນ​ພັກ​ໄວ້​ຄື​ຂໍ້​ສະ​ເໜີ​ຂອງ​ກົມ​ການ​ເມືອງ.

ຕອນ​ບ່າຍ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ເຮັດ​ວຽກ​ຢູ່​ໜ່ວຍ, ປຶກສາ​ຫາລື​ກ່ຽວ​ກັບ​ແຜນ​ຮ່າງ​ວາງ​ແຜນ​ກຳນົດ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ເຖິງ​ປີ 2025.

ຂ່າວ/ບົດ​ອື່ນ