ຢາລາຍ:ອັດງານມະໂຫລານດົນຕີເຂດໄຕງວຽນແລະບັນດາແຂວງ,ນະຄອນທາງພາກໃຕ້

ຢາລາຍ:ອັດງານມະໂຫລານດົນຕີເຂດໄຕງວຽນແລະບັນດາແຂວງ,ນະຄອນທາງພາກໃຕ້ - ảnh 1
ການສະແດງສິລະປະໃນງານມະໂຫລານ

(vovworld) - ງານມະ​ໂຫລານດົນຕີ​ເຂດ ​ໄຕ​ງວຽນ ​ແລະ ບັນດາ​ແຂວງ, ນະຄອນ​ທາງ​ພາກ​ໃຕ້ຖືກ​ອັດ​ລົງ​ໃນ​ຕອນ​ຄຳ່​ວັນ​ທີ 18/3, ຫຼັງຈາກ​ທີ່​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ ປ​ໄລ​ກູ, ​ແຂວງ ຢາ​ລາຍ​ເປັນ​ເວລາ​ສອງ​ວັນ. ພ້ອມ​ກັບ​ການຈັດຕັ້ງກອງ​ປະ​ຊູ​ມສຳ​ມະ​ນາ​ຊອກ​ຫາ​ທິດ​ທາງ​​ຮັກສາ ​ແລະ ​ເສີມ​ຂະຫຍາຍດົນຕີ​ຂອງ​ບັນດາ​ເຜົ່າ ໄຕ​ງວຽນ, ງານ​ມະ​ໂຫລານໄດ້​ແນະນຳ​ບັນດາ​ບົດ​ເພງ​ໃໝ່ນັບ​ແຕ່​ປີ 2013 ​ມາ​ຮອດ​ປັດຈຸ​ບັນນີ້. ​ໃນ​ນັ້ນ, ມີຫຼາຍບົດ​ເພງ​ທີ່​ມີ​ຄຸນ​ນະພາ​ບ, ສ່ອງ​ແສງ​ຊີວິດ​ທາງ​ດ້ານ​ດົນຕີ​ຢ່າງ​ຈະ​ແຈ້ງ, ​ເຕັມ​ໄປ​ດ້ວຍ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ ໄຕ​ງວຽນ. ນັກດົນ​ຕີ ​ໂດ້ຮົ່ງກວນ, ປະທານ​ສະມາຄົມ​ນັກ​ດົນຕີ ຫວຽດນາມ ຕີ​ລາຄາ​ວ່າ :

         “ບັນດາ​ນັກ​ດົນຕີ​ທີ່​ເຄີຍຕິດ​ພັນ​ກັບ​ເຂດ ໄຕ​ງວຽນ ປະຫວັດສາດ​ນີ້, ບໍ່ພຽງ​ແຕ່ມີ​ບັນດາ​ບົດ​ເພງ​ຕາມ​ທຳນອງ​ດົນຕີ​ເກົ່າ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ປະພັນ​ດົນຕີ​ໃໝ່ອີກ​ດ້ວຍ. ສະພາ​ສິລະ​ປະ​ຕີ​ລາຄາ​ສູງ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ປະພັນ​ດົນຕີ ​ແລະ ​ການສະ​ແດງ. ອັນ​ໄດ້​ເຮັດ​ໃຫ້​ງານ​ມະ​ໂຫລານ​ດົນຕີ​ມີ​ຊີວິດ​ຊີວາ​ກວ່າ.”

 


ຂ່າວ/ບົດ​ອື່ນ