ລັດຖະບານ ລັດເຊຍ ປະກາດຍຸບເລີກ

(VOVWORLD) -ວັນທີ 15 ມັງກອນ, ໃນກອງປະຊຸມຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບລັດຖະບານ ພາຍຫລັງສານຂອງປະທານາທິບໍດີໄດ້ຮັບການປະກາດ, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ຖະແຫຼງລາອອກຈາກຕຳແໜ່ງ ແລະ ຍຸບເລີກລັດຖະບານສະຫະພັນ ລັດເຊຍ.
ລັດຖະບານ ລັດເຊຍ ປະກາດຍຸບເລີກ - ảnh 1ທ່ານປະທານາທິບໍດີ  Vladimir Putin ແລະ ທ່ານ Dmitry Medvedev (ພາບ: RT/VOV)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Medvedev ເນັ້ນໜັກວ່າ ໃນສານສະຫະພັນ ເຊິ່ງປະທານາທິບໍດີຫາກໍ່ຖະແຫລງນັ້ນ, ໄດ້ຍົກອອກບາງ “ການປ່ຽນແປງໂດຍພື້ນຖານ” ສຳລັບລັດຖະທຳມະນູນ ລັດເຊຍ. ບັນດາການປ່ຽນແປງນີ້ ເມື່ອໄດ້ຮັບການຮັບຮອງເອົາ ຈະມີບັນດາການປ່ຽນແປງຂະໜາດໃຫຍ່, ບໍ່ພຽງແຕ່ສຳລັບບາງມາດຕາທີ່ລະບຸໃນລັດຖະທຳມະນູນເທົ່ານັ້ນ ຫາກຍັງສຳລັບຄວາມຍຸຕິທຳສິດອຳນາດກ່ຽວກັບລະບົບສັງລວມອີກດ້ວຍ.

        ພ້ອມກັນນັ້ນ, ທ່ານປະທານາທິບໍດີ Putin ກໍ່ຮຽກຮ້ອງໃຫ້ບັນດາລັດຖະມົນຕີຈົ່ງສືບຕໍ່ແບກຫາບບົດບາດແມ່ນລັດຖະບານຊົ່ວຄາວຈົນຮອດລັດຖະບານໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ. ທ່ານປະທານາທິບໍດີ Putin ໄດ້ສະເໜີໃຫ້ທ່ານ Medvedev ຮັບດຳລົງຕຳແໜ່ງເປັນຮອງປະທານສະພາຄວາມໝັ້ນຄົງ ລັດເຊຍ, ອົງການເປັນທີ່ປຶກສາບັນຫາຄວາມໝັ້ນຄົງໃຫ້ແກ່ປະທານາທິບໍດີ.

ຕອບກັບ

ຂ່າວ/ບົດ​ອື່ນ