(vovworld) – ຕອນບ່າຍວັນທີ 30/7, ທີ່ການປະຊຸມຂ່າວນັດສາມັນເດືອນ 7/2013 ຂອງລັດຖະບານ, ທ່ານລັດຖະມົນຕີຫົວໜ້າຫ້ອງວ່າການລັດຖະບານ ຫວູດຶກດາມ ໃຫ້ຮູ້ວ່າ: ແຜນນະໂຍບາຍລວມຂອງພັກ, ລັດ ແມ່ນປັບປຸງລາຄາໄຟຟ້າຕາມກົນໄກຕະຫຼາດ. ຕາມທ່ານລັດຖະມົນຕີແລ້ວ, ຖ້າຫາກເພີ່ມລາຄາໄຟຟ້າໃນທັນທີຈະສົ່ງຜົນສະທ້ອນເຖິງກຳລັງຄວາມແກ່ງແຍ້ງ. ນີ້ແມ່ນສາຍເຫດຕົ້ນຕໍ່ ອະທິບາຍໃຫ້ເຫັນວ່າ: ເປັນຫຍັງໃນຊຸມປີຜ່ານມາ, ບໍ່ສາມາດປັບປຸງລາຄາໄຟຟ້າໃນພາບດຽວ ຫາກຕ້ອງປະຕິບັດຕາມຂັ້ນຕອນ. ລັດຖະບານຢືນຢັນວ່າ: ເມື່ອປັບປຸງລາຄາໄຟຟ້າ, ແທນທີໜູນຊ່ວຍໃຫ້ຂະແໜງໄຟຟ້າ, ລັດຖະບານຈະໜູນຊ່ວຍໃຫ້ປະຊາຊົນ, ພ້ອມທັງສົງເສີມບັນດາວິສາຫະກິດລົງທຶນປ່ຽນໃໝ່ເຕັກໂນໂລຢີ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວູດຶກດາມ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າຢືນຢັນວ່າ: ສຳລັບແຜນນະໂຍບາຍຂອງພັກ, ລັດ ຖ້າຫາກໄດ້ຮັບການອະທິບາຍຢ່າງຄົບຖ້ວນ ປະຊາຊົນຈະມີຄວາມເຫັນດີເຫັນພ້ອມຫຼາຍ. ພວກເຮົາຕ້ອງມຸ່ງໄປເຖິງລາຄາການຕະຫຼາດໄປຄຽງຄູ່ກັນນັ້ນແມ່ນຕ້ອງມີເງື່ອນໄຂກົນໄກໜູນຊ່ວຍໃຫ້ປະຊາຊົນ, ພິເສດແມ່ນຜູ້ມີລາຍຮັບຕຳ່ ແລະ ຄົນທຸກຍາກ. ແລະມີກົນໄກໜຶ່ງອີກແມ່ນສົ່ງເສີມບັນດາວິສາຫະກິດບໍ່ພຽງແຕ່ເວົ້າຊື່ໆເທົ່ານັ້ນ ຫາກຕ້ອງມີກົນໄກດ້ານການເງິນນະໂຍບາຍພາສີເພື່ອໃຫ້ວິສາຫະກິດລົງທຶນປ່ຽນໃໝ່ເຕັກໂນໂລຢີທັນສະໄໝກ່ວາ ແລະ ປະຢັດພະລັງງານກ່ວາອີກ.”
ກ່ຽວກັບເລື່ອງຜັນຂະຫຍາຍການເກັບຊື້ສະສົມເຂົ້າສານ 1 ລ້ານໂຕນແຕ່ວັນທີ 15/6, ທ່ານລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ: ລັດຖະບານມີນະໂຍບາຍໜູນຊ່ວຍວິສາຫະກິດຫົວຕໍ່ ເພື່ອເກັບຊື້ສະສົມເຂົ້າສານຊົ່ວຄາວເມື່ອບໍ່ທັນສົ່ງອອກໄດ້. ເລື່ອງເກັບຊື້ເຂົ້າສານສະສົມຊົ່ວຄາວມີຄວາມໝາຍວ່າວິສາຫະກິດ ຫຼື ລັດຖະບານມີນະໂຍບາຍ ຊື້ຜະລິດຕະພັນທັງໝົດໃຫ້ແກ່ປະຊາຊົນ.