ລັດຖະບານປາກິສະຖານແລະທະຫານກະບົດຕາລີບານເຊື່ອມຕໍ່ການເຈລະຈາສັນຕິພາບ
ພາບປະກອບ:internet
|
(vovworld) - ວັນທີ 5/3, ບັນດານັກເຈລະຈາຂອງລັດຖະບານ ປາກິສະຖານ ແລະ ທະຫານກະບົດ ຕາລີບານ ເຊື່ອມຕໍ່ບັນດາການເຈລະຈາສັນຕິພາບ ພ້ອມທັງຖະແຫລງພ້ອມແລ້ວມຸ່ງໄປເຖິງໄລຍະທີ 2 ມີລັກສະນະຕັດສິນຊີ້ຂາດ, ໂດຍບໍ່ຫົວຊາຕໍ່ການບຸກໂຈມຕີຂອງພວກທະຫານກະບົດຫວ່າງແລ້ວນີ້ ຊ່ຶງເຮັດໃຫ້ນັກຮົບ 6 ຄົນຖືກເສຍຊີວິດ. ການເຈລະຈາດຳເນີນໄປຢູ່ Akora Khattak, ຫ່າງຈາກນະຄອນ Peshawar ທາງທິດຕາເວັນຕົກພາກໃຕ້ ປາກິດສະຖານປະມານ 50 ກິໂລແມັດ. ເມື່ອຕອບສຳພາດຕໍ່ນັກຂ່າວ, ຜູ້ຕາງຫນ້າລັດຖະບານ ປາກິດສະຖານ, ທ່ານ Irfan Siddiqui ໃຫ້ຮູ້ວ່າ: ສອງຝ່າຍບັນລຸໄດ້ຄວາມຄືບຫນ້າຄືຄວາມມຸ່ງຫວັງ ແລະພວມດຳເນີນໄລຍະທີ 2 ຂອງການສົນທະນາພາຍຫລັງສຳເລັດໄລຍະທຳອິດແມ່ນສຸມໃສ່ການທາບທ່າມຄຳເຫັນລະຫວ່າງສອງຝ່າຍ.