ລັດຖະບານສະເໜີຕົວແວບໄຊຖາມ -ຕອບກັບປະຊາຊົນ

ລັດຖະບານສະເໜີຕົວແວບໄຊຖາມ -ຕອບກັບປະຊາຊົນ - ảnh 1

(vovworld) - ​​ວັນ​ທີ 4/4, ແວບ​ໄຊ http://nguoidan.chinhphu.vn ໄດ້​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ແວ​ບ​ໄຊ ຖາມ​ - ຕອບ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ປະ​ຊາ​ຊົນ​ໂດຍ​ທ່ານ ມາຍ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຊີ້​ນຳ​ປະ​ຕິ​ບັດ​ໂດຍ​ກົງ. ແວບ​ໄຊ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ເປັນ​ຈິງ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ​ພັດ​ທະ​ນາ, ຍຸ​ຕິ​ທ​ຳ, ການ​ເຄື່ອນ​ໄຫວ​ຢ່າງ​ຂ້ຽວ​ຂາດ, ຮັບ​ໃຊ້​ປະ​ຊາ​ຊົນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ທ່ານ ມາຍ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ:

        “ລັດ​ຖະ​ບານ​ຢາກ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ, ຈາກບັນ​ຫາ​ຮ້ອນເຮັ່ງ​ຕະຫຼອດ​ຮອດວຽກ​ງານ​ປະ​ຕິ​ບັດ​ກົນ​ໄກ, ລະ​ບອບ​ຢູ່​ທ້ອງ​ຖິ່ນ. ລັດ​ຖະ​ບານ​ຖື​ເລື່ອງ​ລະ​ດົມ​ກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ໃນ​ບັນ​ຫາ​ປະ​ຕິ​ບັດ, ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ແມ່ນ​ສຳ​ຄັນ​ທີ່​ສຸດ. ​ອາດ​ຈະ​ເວົາວ່າ​​ນັ້ນແມ່ນ​ການ​ກໍ່​ສ້າງ​ລະ​ບົບ​ອ​ຳ​ນາດ​ການ​ປົກ​ຄອງ ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ຢ່າງ​ໂປ່ງ​ໃສ, ທັນ​ສະ​ໄໝ ແລະ ມີ​ປະ​ສິດ​ທິ​ຜົນ. ຜ່ານ​ວຽກ​ງານນີ້ກໍ່​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ລັດ​ຖະ​ບານ, ອົງ​ການ​ບໍ​ລິ​ຫານ​ສູນ​ກາງ ປັບ​ປຸງ​ການ​ປະ​ຕິ​ບັດ​ກົດ​ໝາຍ​”


ຕອບກັບ

ຂ່າວ/ບົດ​ອື່ນ