ລັດຖະບານອົດສະຕາລີ ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມໃນການຕ້ານການຫາປາຢ່າງຜິດກົດໝາຍ

(VOVWORLD) -     ວັນທີ 8 ທັນວາ, ຢູ່ແຂວງກວາງງ້າຍ, ກົມໃຫຍ່ສິນໃນນ້ຳ, ອົງການຄຸ້ມຄອງສິນໃນນ້ຳອົດສະຕາລີ ແລະ ພະແນກກະສີກຳ ແລະ ພັດທະນາຊົນນະບົດ ແຂວງກວາງງ້າຍໄດ້ຈັດກອງປະຊຸມສຳມະນາແບ່ງປັນຂໍ້ມູນຂ່າວສານກ່ຽວກັບ ການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມລະບຽບການ
ລັດຖະບານອົດສະຕາລີ ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມໃນການຕ້ານການຫາປາຢ່າງຜິດກົດໝາຍ - ảnh 1 ຢູ່ນອກກອງປະຊຸມສຳມະນາ

ທ່ານ ຝ້າມຫງອກຕ້ວນ, ຮອງຫົວໜ້າກົມຂຸດຄົ້ນຫາສິນໃນນ້ຳ, ກົມໃຫຍ່ສິນໃນນ້ຳໃຫ້ຮູ້ວ່າ : ລັດຖະບານຫວຽດນາມໄດ້ ແລະ ພວມຜັນຂະຫຍາຍຫຼາຍວິທີການແກ້ໄຂເພື່ອສະກັດກັ້ນ, ຢຸດຕິສະພາບຊາວປະມົງຂຸດຄົ້ນຕຈັບຫາສິນໃນນ້ຳຢ່າງຜິດກົດໝາຍ. ໃນນັ້ນ, ເພີ່ມລະດັບປັບໄໝການລະເມີດືທາງບໍລິຫານສຳລັບການກະທຳນີ້ ກໍຄືເພີ່ມທະວີບັນດາມາດຕະການຄຸ້ມຄອງບັນດາຍານພາຫະນະຈັບຫາສິນໃນນ້ຳ. ທ່ານ ຝ້າມຫງອກຕ້ວນ, ຮອງຫົວໜ້າກົມຂຸດຄົ້ນຫາສິນໃນນ້ຳ, ກົມໃຫຍ່ສິນໃນນ້ຳກ່າວວ່າ:

    “ ເປັນຄັ້ງທຳອິດທີ່ພວກເຮົາໄດ້ນຳເຂົ້າກົດໝາຍ, ກຳນົດລະດັບປັບໄໝສູງສຸດເຖິງ 1 ຕື້ດົງສຳລັບການກະທຳລະເມີດ. ນັ້ນແມ່ນສ່ວນບຸກຄົນ, ຖ້າຫາກວ່າເປັນອົງການຈັດຕັ້ງນັ້ນ, ລະດັບປັບໄໝຈະຫຼາຍທົບ 2 ເທົ່າຄື 2 ຕື້ດົງ. ໄດ້ປັບປຸງດຳລັດ 53 ໃນນັ້ນ ກຳນົດກ່ຽວກັບພາຫະນະອຸປະກອນຕິດຕາມເຮືອຫາປາ ແລະ ຖ້າຫາກເຮືອຫາປາ ບໍ່ປະກອບພາຫະນະຕາມທີ່ໄດ້ກຳນົດ ກໍຖືວ່າເຮືອຫາປາລຳນັ້ນ ລະເມີດກົດໝາຍ ”

ຕອບກັບ

ຂ່າວ/ບົດ​ອື່ນ