ລັດ​ຖະ​ບານ​ໄດ້​ຕໍ່ກຳ​ລັງ​ແຮງ​ເພື່ອ​ໃຫ້​ຖັນ​ແຖວ​ນັກ​ທຸ​ລະ​ກິດ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ

(VOVWORLD) -ຕອນເຊົ້າວັນທີ 12 ຕຸລາ, ຢູ່ທີ່ຮ່າໂນ້ຍ, ທ່ານ ຟ້າມ ມິງ ຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ (13 ຕຸລາ) ແລະ ຍ້ອງຍໍຊົມເຊີຍນັກທຸລະກິດຫວຽດນາມດີເດັ່ນ ປີ 2022 ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ເປັນຜູ້ຈັດຕັ້ງ.
ລັດ​ຖະ​ບານ​ໄດ້​ຕໍ່ກຳ​ລັງ​ແຮງ​ເພື່ອ​ໃຫ້​ຖັນ​ແຖວ​ນັກ​ທຸ​ລະ​ກິດ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ - ảnh 1ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ 

ກ່າວຄຳເຫັນຢູ່ທີ່ພິທີສະເຫຼີມສະຫຼອງ, ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ພັກ ແລະ ລັດຖະບານຍາມໃດກໍ່ເອົາໃຈໃສ່ ແລະ ຕີລາຄາສູງບົດບາດຂອງຖັນແຖວນັກທຸລະກິດ ແລະ ປະຊາຄົມວິສາຫະກິດຫວຽດນາມ ແລະ ຢືນຢັນວ່ານີ້ແມ່ນກຳລັງຜະລິດວັດຖຸ ຕົ້ນຕໍຂອງພື້ນຖານຂອງເສດຖະກິດຫວຽດນາມ, ສວມບົດບາດສຳຄັນທີ່ສຸດໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດຊາດຜ່ານໄລຍະປະຫວັດສາດຂອງການປະຕິວັດຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວັງວ່າປະຊາຄົມວິສາຫະກິດ, ນັກທຸກລະກິດຫວຽດນາມຈະສືບຕໍ່ສະແດງໃຫ້ເຫັນຄວາມເຂັ້ມແຂງບົດບາດປະຈັນບານເປັນ ນັກຮົບນຳໜ້າຢູ້ສະໜາມຮົບການພັດທະນາເສດຖະກິດ-ສັງຄົມ; ເປັນເຈົ້າການປ່ຽນແປງໃໝ່ຮູບແບບການຜະລິດດຳເນີນທຸລະກິດ, ດັດປັບໂຄງປະກອບວິສາຫະກິດຕິດແໜ້ນກັບການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕ່ອນ, ເສດຖະກິດໝູນວຽນຄືນໃໝ່.

        “ຂ້າພະເຈົ້າເຊື່ອໝັ້ນວ່າຖັນແຖວນັກທຸລະກິດຫວຽດນາມ, ດ້ວຍມູນເຊື້ອ ຈິດໃຈ-ຄວາມເກັ່ງກ້າ-ສະຕິປັນຍາ-ຄວາມໄວ້ເນື້ອເຊື່ອໃຈ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອກໍ່ສ້າງວິສາຫະກິດໃຫ້ນັບມື້ນັບພັດທະນາ, ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນເພື່ອຫວຽດນາມໝັ້ນຄົງເຂັ້ມແຂງວັດຖະນາຖາວອນ, ເພື່ອຄວາມຜາສຸກ ແລະ ຄວາມອີ່ມອີ່ມໜຳສຳລານຂອງປະຊາຊົນ.

        ຢູ່ທີ່ພິທີສະເຫຼີມສະຫຼອງ, ຄະນະຈັດຕັ້ງໄດ້ເຊີດຊູ ແລະ ມອບນາມມະຍົດນັກທຸລະກິຫວຽດນາມດີເດັ່ນ ປີ 2022 ໃຫ້ແກ່ ນັກທຸລະກິດ 60 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ