ລັດຖະບານໄທກະກຽມຮັບມືກັບການໃຊ້ຄວາມຮຸນແຮງຢູ່ນະຄອນຫຼວງບາງກອກ

ລັດຖະບານໄທກະກຽມຮັບມືກັບການໃຊ້ຄວາມຮຸນແຮງຢູ່ນະຄອນຫຼວງບາງກອກ - ảnh 1
ຝ່າຍເສື້ອແດງສະໜັບສະໜູນທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ຍິ່ງລັກ ຊິນນະວັດ
(ພາບ: AFP/TTXVN)

(vovworld) - ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີຊົ່ວຄາວ ທັງ​ເປັນ​ຫົວໜ້າ​ສູນ​ຄຸ້ມ​ຄອງ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ (​CAPO) ​ໄທ ສຸຣາພົງ ​ໂຕ​ວິຈັກ​ໄຈ​ກຸນ, ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ສະໜັບສະ​ໜູນ ​ແລະ ຝ່າຍ​ຕ້ານ​ລັດຖະບານ​ອາດ​ຈະ​ເກີດ​ຂຶ້ນ​ຖ້າ​ຫາກ​ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ​​ໄທ ຍິ່ງ​ລັກ ຊິນ​ນະ​ວັດ ຖືກ​ປົດ​ຕຳ​ແໜ່​ງ​ໃນ​ເດືອນ 5 ຈະ​ມາ​ເຖິງ, ​ຍ້ອນການ​ຮ້ອງ​ຟ້ອງ​ຕ້ານ​ທ່ານ​ນາງ.

        ວັນ​ທີ 25/4, ທ່ານ ສຸຣາພົງ ​ໂຕ​ວິຈັກ​ໄຈ​ກຸນ ​ໃຫ້​ຮູ້​ວ່າ: ລັດຖະບານ​ຈະ​ຮຽກຮ້ອງ​ໃຫ້​ກອງທັບ​ຜັນ​ຂະຫຍາຍກຳລັງ​ທະຫານ​ຢູ່​ນະຄອນຫຼວງ ຕື່ມ​ອີກ, ​ໃນ​ສະພາບ​ການ​ທີ່​ຝ່າຍ “​ເສື້ອ​ແດງ” - ​ເຊິ່ງ​ແມ່ນບັນດາ​ຜູ້​ສະໜັບສະໜູນ​ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິ່ງ​ລັກ - ປະຕິຍານ​ຈະ​ຕ້ານ​ຄືນ​ທຸກໆ​ຄວາມ​ມານະ​ພະຍາຍາມ​ບັງຄັບ​ທ່ານ​ນາງ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ເຖິງ​ວ່າ​ນັ້ນ​​ແມ່ນ​ຜູ້​ແຫ່ຂະບວນປະທ້ວງ​ຕ້ານ​ລັດຖະບານ ຫຼືວ່າ​ສານ ດຳ​ເນີນ. 2 ຝ່າຍອາດ​ຈະ​ປຸກລະດົມ​ຂະ​ບວນຄົນ​ໃນ​ຖະໜົນ ​ແລະ ​ໃນ​ນັ້ນລ້ວນ​ແຕ່​ມີບັນດາ​ນັກ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ປະກອບ​ອາວຸດ.

 


ຂ່າວ/ບົດ​ອື່ນ