ລັດຖະມົນຕີ Pham Binh Minh ຕ້ອນຮັບປະທານ ສະພາທີ່ປຶກສາກອງ ທຶນສັນຕິພາບໂລກ

ລັດຖະມົນຕີ Pham Binh Minh ຕ້ອນຮັບປະທານ ສະພາທີ່ປຶກສາກອງ ທຶນສັນຕິພາບໂລກ - ảnh 1
ສະ​ເດັດ​ເຈົ້າ Alfred ແລະ ທ່ານ ລັດຖະມົນຕີ Pham Binh Minh
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ວັນ​ທີ 22/5, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດທີ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ໄດ້​ໃຫ້ການ​ຕ້ອນຮັບ ປະທານ​ສະພາ​ທີ່​ປຶກສາ​ກອງ​ທຶນ​ສັນຕິພາບ​​ໂລກ (ຫຼື IPF) ສະ​ເດັດ​ເຈົ້າ Alfred ຂອງ Liechtenstein ​ເຂົ້າ​ຢ້ຽມ​ຄຳນັບ. ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ປະທານ Alfred​ ​ເພື່ອ​ແນ​ໃສ່ປຸກລະດົມ​ບັນດາ​ເຫດ​ການ: “​ສະພານ​ເຊື່ອມ​ແຫ່ງ​ການໂອ້​ລົມ​ສົນ​ທະນາ ມຸ້ງ​ໄປ​ເຖິງ​ພື້ນຖານ​ວັດທະນະທຳ​ສັນຕິພາບ” (Bridges – Dialogue Towards a Culture of Peace) ​ຄັ້ງ​ທີ 4 ຢູ່​ອາ​ຊຽນ, ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ຫວຽ​ດນາມ​ໃນ​ປີ 2012 -2013. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ເນັ້ນ​ໜັກ​ວ່າ: ການຈັດ​ຕັ້ງ​ບັນດາ​ເຫດ​ການ, ສ້າງ​ການ​ພົວພັນ​ຮ່ວມ​ມື​ອັນ​ຍາວ​ນານ​ລະຫວ່າງ​ບັນ​ດາ​ຜູ້​​ໄດ້​ຮັບ​ລາງວັນ  Nobel ກັບ​ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ ​ແລະ ກັບ​ຫວຽດນາມ ​ເວົ້າ​ລວມ ຈະ​ປະກອບສ່ວນ​ເພີ່ມ​ທະວີ, ​ໂຄສະນາ​ບົດບາດ, ພາບ​ພົດ​ຂອງ​ຫວຽດນາມ ກັບ​ເພື່ອນ​ມິດສາ​ກົນ ກໍ​ຄື​ຊຸກຍູ້​ການ​ຄົ້ນ​ຄ້ວາ​ວິທະຍາສາດ​ໃນ​ບັນດາ​ຂົງ​ເຂດ​ຢູ່​ຫວຽດນາມ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ຢືນຢັນ​ບັນດາ​ຜົນງານ​ທີ່​ຫວຽດນາມ ບັນລຸ​ໄດ້​ສະ​ແດງໃຫ້​ເຫັນ​ແຜນ​ນະ​ໂຍບາຍ​ອັນຖືກຕ້ອງ​ຂອງ ພັກ ​ແລະ ລັດ ຫວຽດນາມ ​ໃນ​ພາລະກິດ​ກໍ່ສ້າງ​ສັງຄົມ​ຍຸຕິ​ທຳ, ປະຊາທິປະ​ໄຕ, ສີ​ວິ​ໄລ, ​ໃນ​ນະ​ໂຍບາຍ ຫັນ​ການ​ພົວພັນ​ສາກົນ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຮອບດ້ານ​ຂອງ​ຫວຽດນາມ ​ໃນ​ໄລຍະ​ປະຈຸ​ບັນ​ເປັນ​ຫຼາຍຮູບ​ຫຼາຍ​ແບບ. ສະ​ເດັດ​ເຈົ້າ Alfred ກໍ​ເນັ້ນ​ໜັກ​ບັນດາ​ຜົນງານ​ທີ່​ກະ​ໂດດ​ຂັ້ນ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ​ສັງຄົມ​ແຕ່​ປີ 1975 ມາ​ຮອດ​ປະຈຸ​ບັນ ​ແມ່ນ​ປັດ​ໄຈ​ຕັດສິນ​ຜົນສຳ​ເລັດ​ຂອງ​ບັນດາ​ເຫດ​ການ​ເປັນ​ສະພານ​ເຊື່ອມ ຢູ່​ຫວຽດນາມ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽ​ດນາມ​ໃນ​ສາຍຕາ​ຂອງ​ເພື່ອ​ນມິ​ດສາກົນ ດ້ວຍ​ຖານະ​ແມ່ນ​ໃຈກາງ​ຂອງ​ສັນຕິພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ເຊິ​່ງກັນ ​ແລະ ກັນ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ ​ເພື່ອ “ພື້ນຖານ​ວັດທະນະທຳ​ສັນຕິພາບ” ​ໃນ​ຂອບ​ເຂດ​ທົ່ວ​​ໂລກ.

 

ຂ່າວ/ບົດ​ອື່ນ