ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ການຢ້ຽມຢາມເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດ, ປະກອບສ່ວນເຂົ້າໃນການພົວພັນ “ຄູ່ຮ່ວມມືຮອບດ້ານ” ຫວຽດນາມ - ອາເມລິກາ.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 24 – 25 ມັງກອນ 2018. ການຢ້ຽມຢາມເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດ, ປະກອບສ່ວນເຂົ້າໃນການພົວພັນ “ຄູ່ຮ່ວມມືຮອບດ້ານ” ຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ