ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ແກຼ​ນ, ຈີນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ແກ້​ໄຂ​ການ​ປະ​ທະ​ກັນ

(VOVWORLD) -ແຈ້ງການຂອງກະຊວງການຕ່າງປະເທດຈີນກ່ຽວກັບການໂອ້ລົມທາງໂທລະສັບນີ້ໃຫ້ຮູ້ວ່າ ທ່ານສີນກາງ ຢັ້ງຢືນວ່າ ຈີນ ຈະສືບຕໍ່ສວມບົດບາດທີ່ມີລັກສະນະສ້າງສັນເພື່ອແນໃສ່ຢຸດຕິບັນດາການກະທຳທີ່ເປັນປໍລະປັກ, ເຮັດໃຫ້ວິກິດການຜ່ອນຄາຍລົງ ແລະ ຟື້ນຟູສັນຕິພາບລະຫວ່າງ ຢູແກຼນ ແລະ ລັດເຊຍ
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ແກຼ​ນ, ຈີນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ແກ້​ໄຂ​ການ​ປະ​ທະ​ກັນ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຢູແກຼນ Dmytro Kuleb (ພາບ: TTXVN)

ໃນສື່ສັງຄົມອອນລາຍ Twitter, ວັນທີ 16 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຢູແກຼນ Dmytro Kuleba ໄດ້ແຈ້ງໃຫ້ຊາບວ່າ ທ່ານມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຈີນ ສີນກາງ ເພື່ອປຶກສາຫາລືກ່ຽວກັບຫຼັກການຮັກສາຜືນແດ່ນດິນອັນຄົບຖ້ວນ ແລະ ບັນດາຂໍ້ລິເລີ່ມຂອງ Kiev ເພື່ອແນໃສ່ແກ້ໄຂການປະທະກັນໃນປັດຈຸບັນ. ຕາມທ່ານ Kuleba ແລ້ວ, ໃນການໂອ້ລົມທາງໂທລະສັບ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາຂໍ້ສະເໜີແກ້ໄຂການປະທະກັນໂດຍທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຍົກອອກມາ ແລະ Kiev ໄດ້ຖືວ່ານີ້ແມ່ນ “ສູດຕຳລາສັນຕິພາບ”.

        ໃນຂະນະນັ້ນ, ແຈ້ງການຂອງກະຊວງການຕ່າງປະເທດຈີນກ່ຽວກັບການໂອ້ລົມທາງໂທລະສັບນີ້ໃຫ້ຮູ້ວ່າ ທ່ານສີນກາງ ຢັ້ງຢືນວ່າ ຈີນ ຈະສືບຕໍ່ສວມບົດບາດທີ່ມີລັກສະນະສ້າງສັນເພື່ອແນໃສ່ຢຸດຕິບັນດາການກະທຳທີ່ເປັນປໍລະປັກ, ເຮັດໃຫ້ວິກິດການຜ່ອນຄາຍລົງ ແລະ ຟື້ນຟູສັນຕິພາບລະຫວ່າງ ຢູແກຼນ ແລະ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ