ລັດຖະມົນຕີການຕ່າງປະເທດ ອາຊຽນ ປະຊຸມຢູ່ ບຣູໄນ

ລັດຖະມົນຕີການຕ່າງປະເທດ ອາຊຽນ ປະຊຸມຢູ່ ບຣູໄນ - ảnh 1
ພາບປະກອບ

(vovworld) - ​ໃນ​ວັນ​ທີ 11 -12/4, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ຈັດ​ກອງ​ປະຊຸມ​ຢູ່ ບຣູ​ໄນ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 22 ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 24 – 25/4/2013 ​ແລະ ປຶກສາ​ຫາລືກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​​ເຊິ່ງຕ່າງ​ມີ​ຄວາມ​ສົນ​​ໃຈ. ຕາມ​ນັ້ນ​ແລ້ວ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈະ​​ເຂົ້າ​ຮ່ວມ​​ກອງ​ປະຊຸມຕ່າງໆ​ຄື: ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ (ຫຼື AMM), ກອງ​ປະຊຸມ​ປະຊາ​ຄົມ ການ​ເມືອງ - ຄວາມ​ໝັ້ນຄົງ ອາ​ຊຽນ (ຫຼື APSC) ​ແລະ ສະພາ​ປະສານ​ງານ ອາ​ຊຽນ (ຫຼື ACC). ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິນ​ມິນ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​. ​ໃນ​ໂຄງການ​ດຳ​ເນີນ​ງານ, ຄາດ​ວ່າ​, ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ ອາ​ຊຽນ, ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ກໍ່​ຄື​ບັນດາ​ບັນຫາ​ມີ​ຄວາມ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ເລື່ອ​ງຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​​ໃນ​ການ​ເດີນ​ທະ​ເລຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເລື່ອງ​ຊຸກ​ຍູ້​ເພື່ອ​ມີ​ຂໍ້​ກຳນົດ​ການ​ປະພຶດ ຢູ່​ທ​ະ​ເລ​ຕາ​ເວັນ​ອອກ (ຫຼື COC).

ຂ່າວ/ບົດ​ອື່ນ