ລັດຖະມົນຕີການຕ່າງປະເທດ ອາເມລິກາ ພະຍາຍາມກອບກູ້ເອົາ ແຜນການເຈລະຈາກັບ ຕາລີບານ

ລັດຖະມົນຕີການຕ່າງປະເທດ ອາເມລິກາ ພະຍາຍາມກອບກູ້ເອົາ ແຜນການເຈລະຈາກັບ ຕາລີບານ - ảnh 1
ບັນດາມືປືນ ຕາລີບານ
(ພາບປະກອບ)

(vovworld) - ​ໃນ​ຖະ​ແຫຼ​ງການ​ສະບັບ 1 ສ່ອງ​ແສງ​ຄວາມ​ສົງ​ໃສ​ກ່ຽວ​ກັບ​ວິວັດ​ການ​ໄກ່​​ເກ່ຍຂອງ ອາບ​ກາ​ນິດ​ສະຖານ, ວັນ​ທີ 22/6, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry  ກ່າວ​ເຕືອນ​ຫ້ອງການ​ຕາງໜ້າ​ຂອງ ຕາ​ລີ​ບານ ຢູ່ Qatar ອາດ​ຈະ​ຕ້ອງ​ປິດ​ປະຕູ​ຖ້າ​ຫາກ​ແຜນການ​ເຈລະຈາ​ຄັ້ງ​ທຳ​ອິດ​ລະ​ຫວ່າງ ອາ​ເມ​ລິ​ກາ ​ແລະ ຕາ​ລີ​ບານ ບໍ່​ສາມາດ​ປະຕິບັດ​ໄດ້. ກ່າວ​ຄຳ​ເຫັນ​ຢູ່​ນອກ​ການພົບ​ປະ​ຂອງ​ກຸ່ມ “ບັນດາ​ເພື່ອນ​ມິດ​ຂອງ ຊີຣີ”, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​ເວົ້າ​ວ່າ: ອາ​ເມ​ລິ​ກາ ຢາ​ກ​ໃຫ້​ແຜນການ​ເຈລະຈາ​ໂດຍ​ສັນ​ຕິ​ກັບ ຕາ​ລີ​ບານ “ກັບ​ຄືນ​ສູ່​ເສັ້ນທາງ​ຂອງ​ມັນ” ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ ພັນທະ​ມິດ​ຢຸດຕິ​ບັ້ນ​ຮົບ​ແກ່ຍາວ​ເປັນ​ເວລາ​ກ່ວາ 12 ປີ ຢູ່​ປະ​ເທດ ອາຊີ ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ນີ້.

    ​ໃນ​ຂະນະ​ນັ້ນ, ທ່ານ​ປະທານາທິບໍດີ Karzai ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ​ເຈລະຈາ​ໂດຍ​ກົງ​ກັບ ຕາ​ລີ​ບານ ຈະ​ກໍ່​ຄວາມ​ເສຍ​ຫາຍ​ຕໍ່ບົດບາດ​ຂອງ​ລັດຖະບານ ອາບ​ກາ​ນິດ​ສະຖານ ​ແລະ ວິວັດທະນາ​ການ​ສັນຕິພາບ​ຂອງ ອາບ​ກາ​ນິດ​ສະຖານ ຕ້ອງ​ໂດຍ​ແມ່ນຊາວ ອາບ​ກາ​ນິດ​ສະຖານ ​ເປັນ​ຜູ້ຕັດສິນ​ກັນ​ເອງ, ບໍ່​ມີ​ການ​ແຊກ​ແຊງ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດພາຍ​ນອກ.

ຂ່າວ/ບົດ​ອື່ນ