ລັດຖະມົນຕີການຕ່າງປະເທດກູບາຢືນຢັນເຈດຕະນາດີສືບຕໍ່ເຈລະຈາກັບອາເມລິກາ

(VOVWORLD) -ໃນການປະຊຸມຂ່າວເປັນທາງການວັນທີ 19 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດກູບາ Bruno Rodriguez ໄດ້ເນັ້ນໜັກເຈດຕະນາດີສືບຕໍ່ເຈລະຈາໂດຍຄວາມເຄົາລົບ ແລະ ດ້ວຍຈິດໃຈສ້າງສັນໃນການຮ່ວມມືກັບອາເມລິກາ, ກໍ່ຄືເຈລະຈາກ່ຽວກັບບັນດາບັນຫາ 2 ຝ່າຍທີ່ຍັງຄົງຄ້າງ.

ລັດຖະມົນຕີການຕ່າງປະເທດກູບາຢືນຢັນເຈດຕະນາດີສືບຕໍ່ເຈລະຈາກັບອາເມລິກາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດກູບາ Bruno Rodriguez

(ພາບ: AFP/TTXVN)

ທ່ານ Bruno Rodriguez ກໍ່ກ່າວເຕືອນກູບາ ຈະບໍ່ຜ່ອນສັ້ນຜ່ອນຍາວອະທິປະໄຕ ແລະ ເອກະລາດຂອງຕົນ ແລະ ບໍ່ເຈລະຈາບັນດາຫຼັກການ ແລະ ບໍ່ຮັບຮູ້ເລື່ອງບັງຄັບຕ້ອງມີເງື່ອນໄຂ ຄືດັ່ງບໍ່ເຄີຍປະຕິບັດໃນຕະຫຼອດໄລຍະປະຫວັດສາດ. ທ່ານ Bruno Rodriguez ໄດ້ຍົກສູງຫຼັກການອີກຄັ້ງໜຶ່ງວ່າ ບັນດາການປ່ຽນແປງທີ່ຈຳເປັນຢູ່ກູບາ ໂດຍປະຊາຊົນກູບາ ຕັດສິນເອງຢ່າງເປັນເຈົ້າການ, ຫາກບໍ່ຕ້ອງຂໍຄຳເຫັນ ຫຼື ຂໍອະນຸຍາດກັບບໍ່ວ່າກຳລັງໃດໆ.

        ທ່ານລັດຖະມົນຕີການຕ່າງປະເທດ Bruno Rodriguez ໄດ້ຄັດຄ້ານຢ່າງຮຸນແຮງບັນດາມາດຕະການໃໝ່ຂອງລັດຖະບານອາເມລິກາ ຕາມທິດມຸ່ງໄປເຖິງການຮັດແໜ້ນຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ, ການເງິນເພື່ອຕ້ານກູບາ, ນະໂຍບາຍລົງໂທດເຊິ່ງຕາມທ່ານແລ້ວແມ່ນໄປຜືນກັບຄວາມປາດຖະໜາຂອງຜູ້ມີສິດເລືອກຕັ້ງອາເມລິກາ ສ່ວນຫຼາຍ ແລະ ພຽງຮັບໃຊ້ຜົນປະໂຫຍດທີ່ມືດມົວ ແລະ ກຸ່ມນັກການເມືອງທີ່ສວຍໂອກາດ.

ຕອບກັບ

ຂ່າວ/ບົດ​ອື່ນ