(vovworld) – ວັນທີ 09/03, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ຫວາງອີ ແລະ ຄູ່ຕຳແໜ່ງອາເມລິກາ John Kery ໄດ້ມີການໂອ້ລົມກັນທາງໂທລະສັບກ່ຽວກັບສະພາບການຢູ່ແຫຼມເກົາຫຼີ. ໃນການໂອ້ລົມທາງໂທລະສັບນີ້, ທ່ານ ຫວາງອີ ໄດ້ຊີ້ອອກສະພາບການຢູ່ແຫຼມເກົາຫຼີ ແມ່ນ “ມີຄວາມສະດຸງໄວທີ່ສຸດ”, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງມີທ່າທີທຸ່ນທ່ຽງ, ລະງັບໃຈ ແລະ ບໍ່ປະໃຫ້ເກີດການກະທຳເກາະຜິດເຊິ່ງກັນ ແລະ ກັນ. ທ່ານ ຫວາງອີ ກໍເນັ້ນໜັກວ່າ “ບັນດາສິດ ແລະ ຜົນປະໂຫຍດປ້ອງກັນຄວາມສະຫງົບອັນຊອບທຳ ແລະ ເໝາະສົມຂອງຈີນ ບໍ່ສາມາດທຳລາຍໄດ້”. ນອກນັ້ນ, ທ່ານ ຫວາງອີ ແລະ ທ່ານ John Kery ຍັງໄດ້ແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ກໍຄືບັນດາບັນຫາສາກົນ ແລະ ພາກພື້ນອື່ນໆ.
ການໂອ້ລົມທາງໂທລະສັບຖືກດຳເນີນໄປໃນສະພາບທີ່ການຊ້ອມຮົບຮ່ວມຂອງທະຫານປະສົມອາເມລິກາ - ສ.ເກົາຫຼີ ພວມດຳເນີນ, ພາຍຫຼັງທີ່ສປປ.ເກົາຫຼີ ດຳເນີນການທົດລອງນິວເຄຼຍຄັ້ງທີ 4 ເມື່ອເດືອນ 01 ແລະ ການຍິງລູກສອນໄຟສົ່ງດາວທຽມເມື່ອເດືອນ 02 ຜ່ານມາ.