ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຜູ້ທີ່ປຶກສາສະຖານທູດສະຫະພັນລັດເຊຍ

ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຜູ້ທີ່ປຶກສາສະຖານທູດສະຫະພັນລັດເຊຍ - ảnh 1
(ທ່ານ​ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ​ ຕ້ອນຮັບ​ທ່ານ Anatoly Chuprynov)

(vovworld) - ຕອນ​ບ່າຍ​ວັນ​ທີ 11/01, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Anatoly Chuprynov ​ທີ່​ປຶກສາ​ສະຖານທູດ​ສະຫະພັນ ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ​ປະຈຳ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ຕີ​ລາຄາ​ສູງ​​ການ​ປະກອບສ່ວນ​ຕັ້ງໜ້າ​ຂອງ​ທ່ານ Anatoly Chuprynov ​ໃນ​​ເລື່ອງ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ; ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ທະຫານ ທີ່ພວມ​ໄດ້​ຮັບ​ການ​ເປີດ​ກ້ວາງ​ຕາມ​ບັນດາ​ຂໍ້​ຕົກລົງ ຊຶ່ງບັນລຸ​ໄດ້​ໃນ​​ໄລຍະ​ຜ່ານ​ມາ.

        ສ່ວນ​ທ່ານ Anatoly Chuprynov ກໍ່​ຢືນຢັນ​ວ່າ: ກອງທັບ ​ແລະ ລັດຖະບານ ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ເລື່ອງ​ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ ຫວຽດນາມ, ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ລັດ​ເຊຍ ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ